ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ຕ້ອນຮັບ ທ່ານ Khyn Aung Myint ປະທານວຸດທິສະພາ ມ້ຽນມາ |
(vovword)- ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung, ຄະນະຜູ້ແທນວຸດທິສະພາ ມ້ຽນມາ ໂດຍທ່ານ Khyn Aung Myint ປະທານວຸດທິສະພາ ມ້ຽນມາ ນຳຫນ້າ ໄດ້ມາຮອດນະຄອນຫລວງ ຮ່າໂນ້ຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 - 24/6. ຕອນເຊົ້າວັນ 22/6, ພິທີຕ້ອນຮັບທ່ານປະທານວຸດທິສະພາ ມ້ຽນມາ ຖືກຈັດຂຶ້ນຢ່າງສົມກຽດ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ໄດ້ດຳເນີນການເຈລະຈາກັບປະທານວຸດທິສະພາ ມ້ຽນມາ Khyn Aung Myint. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບ ມ້ຽນມາ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ແລະ ປະທານວຸດທິສະພາມ້ຽນມາ Khyn Aung Myint ເປັນເອກະພາບນຳກັນວ່າ: ສອງຝ່າຍຄວນສືບຕໍ່ຮັກສາການແລກປ່ຽນບັນດາຄະນະຜູ້ແທນຂັ້ນຕ່າງໆເພື່ອຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວນິຕິບັນຍັດ ແລະ ຕິດຕາມກວດກາ, ເພີ່ມທະວີການພົບປະແລກປ່ຽນວຽກງານລະຫວ່າງອົງການວິຊາສະເພາະຂອງສອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ. ສອງຝ່າຍກໍເປັນເອກະພາບ ຈະຊຸກຍູ້ເລື່ອງສ້າງຫນ່ວຍສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ, ມ້ຽນມາ ແລະ ມ້ຽນມາ - ຫວຽດນາມ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ສະເຫນີໃຫ້ສອງຝ່າຍ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອຫນູນຊ່ວຍບັນດາວິສາຫະກິດສອງປະເທດລົງທຶນ ແລະ ດຳເນີນທຸລະກິດຢູ່ ທັງສອງປະເທດ, ພ້ອມທັງສືບຕໍ່ຮ່ວມມື ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດໃນບັນດາເວທີປາໄສຫລາຍຝ່າຍ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບທ່ານປະທານວຸດທິສະພາ ມ້ຽນມາ Khyn Aung Myint. ທ່ານປະທານປະເທດ ຫວຽດນາມ ປາດຖະຫນາຢາກໃຫ້ສອງອົງການນິຕິບັນຍັດຂອງສອງປະເທດ ຮ່ວມມືກັນຢ່າງແຫນ້ນແຟ້ນກວ່າ ແລະ ສອງຝ່າຍເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ, ເປັນຕົ້ນໃນດ້ານວັດທະນະທຳ ແລະ ການທ່ອງທ່ຽວ.