ໃນບັນຍາກາດກະກຽມຕ້ອນຮັບບຸນປີໃຫມ່ປະຈຳຊາດຫວຽດນາມ, ວັນທີ 17/1 ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃຫມ່ບັນດາຄະນະ, ຂະແຫນງການ ແລະ ທ້ອງຖິ່ນ. ເມື່ອລົງຢ້ຽມຢາມ ແລະ ອວຍພອນປີໃຫມ່ ຄະນະໂຄສະນາສຶກສາສູນກາງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຍ້ອງຍໍສັນລະເສີນ ບັນດາໝາກຜົນຊຶ່ງຄະນະໂຄສະນາສຶກສາສູນກາງຍາດມາໄດ້ໃນປີ 2011 ແລະ ຢືນຢັນວ່າ: ວຽກງານໂຄສະນາສືກສາ ແມ່ນວຽກງານກຳນົດທິດແນວຄິດ ສະນັ້ນ ມີບົດບາດສຳຄັນທີ່ສຸດໃນການສ້າງພື້ນຖານທາງດ້ານຈິດໃຈໃຫ້ແກ່ສັງຄົມ ແລະ ພິເສດປະກອບສ່ວນກໍ່ສ້າງພັກໃຫ້ປອດໄສ, ເຂັ້ມແຂງ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ໄດ້ໄປຢ້ຽມຢາມ ອວຍພອນປີໃຫມ່ອົງຄະນະພັກ, ອຳນາດການປົກຄອງແຂວງ ຮືງອຽນ. ນະທີ່ນີ້ ທ່ານປະທານປະເທດສະເຫນີໃຫ້ແຂວງ ຮືງອຽນ ຄວນເອົາໃຈໃສ່ເຖິງການເບີ່ງແຍງໃຫ້ແກ່ທຸກຄົນ ທຸກຄອບຄົວລ້ວນແຕ່ມີເງື່ອນໄຂເພື່ອຕ້ອນຮັບບຸນເຕັດ.
“ບັນດາສະຫາຍຄວນເອົາໃຈໃສ່ເຖິງປະຊາຊົນ,ເຮັດແນວໃດໃຫ້ທຸກຄົນ, ທຸກຄອບຄົວມີເງື່ອນໄຂເພື່ອຕ້ອນຮັບບຸນເຕັດ ພິເສດແມ່ນເອົາໃຈໃສ່ເຖິງບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ພະນັກງານນັກຮົບພວມປະຕິບັດຫນ້າທີ່ໃນໂອກາດນີ້.”
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮ່ານາມ.
ສ່ວນທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮູ່ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃຫມ່ ສູນກາງສະມາຄົມຜູ້ອາຍຸສູງຫວຽດນາມຢູ່ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມຜູ້ອາຍຸສູງຫວຽດນາມ ໃນການເສີມຂະຫຍາຍກຳລັງແຮງຂອງຜູ້ອາຍຸສູງໃນການສຶກສາໃຫ້ລູກຫລານ, ເຊີດຊູແບບຢ່າງກ່ຽວກັບນ້ຳໃຈຮັກຊາດ, ຕັ້ງຫນ້າເຂົ້າຮ່ວມການຜະລິດ, ພັດທະນາເສດຖະກິດ ແລະ ເຄື່ອນໄຫວໃນສັງຄົມ./.