ການບຸກໂຈມຕີສະຫຼະຊີບເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ອາບການິດສະຖານ
(VOVWORLD) -ເຫດວາງລະເບີດສະຫຼະຊີບເລັ່ງໃສ່ກຸ່ມຄົນພວມຍ່າງຢູ່ແຂວງ Nangarhar ທາງທິດຕາເວັນອອກອາບການິດສະຖານ ໃນວັນທີ 23 ພະຈິກ, ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີສາມັນຊົນ 8 ຄົນເສຍຊີວິດ ແລະ 15 ຄົນຮັບບາດເຈັບ, ໃນນັ້ນມີເດັກນ້ອຍ.

ການບຸກໂຈມຕີສະຫຼະຊີບເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ອາບການິດສະຖານ
(ພາບ: TTXVN)
|
ໂຄສົກຂອງແຂວງ Nangarhar, Attaullah Khogyyani ໃຫ້ຮູ້ວ່າ, ເຫດບຸກໂຈມຕີຖືກເກີດຂຶ້ນຢູ່ນະຄອນ Jalalabad, ຜູ້ວາງລະເບີດໄດ້ແຝງຕົວເຂົ້າກັບກຸ່ມຄົນທີ່ພວມເຕົ້າໂຮມກັນສະແດງຄວາມສະໜັບສະໜູນຜູ້ບັນຊາການຕຳຫຼວດທ້ອງຖິ່ນ ທີ່ຫາກໍຖືກປົດຕຳແໜ່ງ ແລະ ຮຽກຮ້ອງໃຫ້ຜູ້ບັນຊາການນີ້ໄດ້ຕຳແໜ່ງຄືນໃໝ່.
ອົງການ IS ໄດ້ຍ້ອມຮັບດຳເນີນເຫດບຸກໂຈມຕີດັ່ງກ່າວ.