ການປະຊຸມກ່ຽວກັບວຽກ ງານຊົນເຜົ່າ,ສາສາະໜາ ໃນ 6 ເດືອນຕົ້ນປີ
(ພາບ: vov)
(vovworld)- ບົດລາຍງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ທີ່ກອງປະຊຸມກ່ຽວກັບວຽກງານຊົນເຜົ່າ, ສາສະໜາໃນ 6 ເດືອນຕົ້ນປີ 2014 ຈັດຂຶ້ນໃນຕອນເຊົ້າວັນທີ 31/7 ຢູ່ຮ່າໂນ້ຍ ສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີ 2014, ວຽກງານຊົນເຜົ່າ, ສາສະໜາບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ກ່ຽວກັບວຽກງານຊົນເຜົ່າໄດ້ແນະນຳບັນດາແຂວງ, ນະຄອນຊ່ວຍປະຊາຊົນຊົນເຜົ່າຈັດກອງປະຊຸມໃຫ່ຍຜູ້ແທນບັນດາຊົນເຜົ່າສ່ວນໜ້ອຍຂັ້ນແຂວງ, ນະຄອນຄັ້ງທີ 2; ສົມທົບກັນຊ່ວຍເຫຼືອຊົນເຜົ່າຂະແມຈັດບຸນປີໃໝ່ປະຈຳຊາດ Chol Chnam Thmay ເປັນຢ່າງດີ ແລະ ຕັ້ງໜ້າເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງ, ດີເດັ່ນໃນໝູ່ປະຊາຊົນຊົນເຜົ່າສ່ວນໜ້ອຍ…ກ່ຽວກັບວຽກງານສາສະໜາ, ແນວໂຮມປະເທດຊາດຫວຽດນາມ ແນະນຳ, ຊ່ວຍເຫຼືອຊາວຄຼິດຈັດງານບຸນຕ່າງໆ ແລະ ໃຫ້ຄຳເຫັນກ່ຽວກັບການແກ້ໄຂຄວາມຕ້ອງການເຄື່ອນໄຫວຂອງສ່ວນບຸກຄົນ, ອົງການຈັດຕັ້ງ, ສາສະໜາຕ່າງໆ.
ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນສະເໜີວ່າ: ຕ້ອງສືບຕໍ່ກວດກາຄືນບັນດານະໂຍບາຍສຳລັບຊາວຊົນເຜົ່າ; ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ຂົນຂວາຍ ປຊຊ ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາປະເທດຊາດ ພ້ອມທັງຕໍ່ສູ້ປົກປ້ອງສິດທິມະນຸດ ແລະ ຕ້ານການສວຍໃຊ້ສິດທິມະນຸດກ່ຽວຂ້ອງເຖິງຊົນເຜົ່າ, ສາສະໜາ, ສ້າງກຸ່ມກ້ອນມະຫາສາມັກຄີທັງຊາດ./.