(vovworld) - ໃນລະຫວ່າງວັນທີ 6-7/5/2016, ຢູ່ ຫຼວງພະບາງ, ປະເທດລາວ, ໄດ້ດຳເນີນການປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງບັນດາປະເທດສະມາຊິກ ອາຊຽນ, ອາຊຽນ+3 (ເຊິ່ງລວມມີ ສເກົາຫຼີ, ຍີ່ປຸ່ນ ແລະ ຈີນ) ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS). ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລຮ່ວາຍຈູງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ຫວຽດນາມເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ SOM ອາຊຽນ, ບັນດາປະເທດໃຫ້ຄຳໝັ້ນສັນຍາຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ຢ່າງມີປະສິດທິຜົນ ແລະ ແທດຈິງ, ເພື່ອເຮັດໃຫ້ປະຊາຄົມອາຊຽນມີການຮ່ວມສຳພັນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະ ມຸ່ງໄປເຖິງປະຊາຊົນ. ກ່ຽວກັບການຮ່ວມມື ອາຊຽນ, ທ່ານ ເລຮ່ວາຍຈູງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນພ້ອມກັບບັນດາປະເທດອາຊຽນຜັນຂະຫຍາຍການເຄື່ອນໄຫວຕ່ງໆໃນແຜນການສັງລວມ ການເມືອງ - ຄວາມໝັ້ນຄົງ ອາຊຽນ 2025, ສືບຕໍ່ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາບົດບາດຕົ້ນຕໍ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບຂອງອາຊຽນໃນການແກ້ໄຂບັນດາບັນຫາຍຸດທະສາດຢູ່ພາກພືນ, ໃນການພົວພັນລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືພາຍນອກ ກໍ່ຄືໃນໂຄງປະກອບພາກພື້ນ, ບົນພື້ນຖານບັນດາເວທີປາໄສໂດຍ ອາຊຽນນຳພາ. ທີ່ກອງປະຊຸມ SOM ອາຊຽນ +3, ບັນດາປະເທດເນັ້ນໜັກເຖິງຄວາມສຳຄັນຂອງວິວັດການຮ່ວມມື ອາຊຽນ + 3 ແມ່ນຂອບເຂດຕົ້ນຕໍ ເພື່ອຊຸກຍູ້ການຮ່ວມສຳພັນໃນພາກພື້ນ, ມຸ່ງໄປເຖິງຈຸດໝາຍຍາວນານແມ່ນປະຊາຄົມ ອາຊີຕາເວັນອອກ.