(vovworld) – ຢ່າງໜ້ອຍສຸດມີສາມັນຊົນ 6 ຄົນເສຍຊີວິດ ແລະ ປະມານ 30 ຄົນຖືກຮັບບາດເຈັບ ໃນບັນດາການໃຊ້ຄວາມຮຸ້ນແຮງ ໂດຍກຳລັງລຸກຮືຂຶ້ນດຳເນີນໃນທົ່ວປະເທດ ຊີຣີ ເມື່ອວັນທີ 20/6. ສະຖານີໂທລະພາບແຫ່ງຊາດ ຊີຣີ ໃຫ້ຂ່າວວ່າ: ມີລູກລະເບີດລູກໜຶ່ງ ຖືກວາງຢູ່ແຄມທາງ ໃນແຂວງ Idilb, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ ໄດ້ລະເບີດຂຶ້ນເຮັດໃຫ້ 5 ຄົນເສຍຊີວິດ. ຢູ່ນະຄອນຫຼວງ ດາມາກຸດ, ມີຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ ຍ້ອນກຳລັງລຸກຮືຂຶ້ນຍິ່ງປືນໃຫຍ່ໃສ່ເຂດມີພົນລະເມືອງໜາແໜ້ນ ແລະ ໃກ້ກັບໂບດ ອິດສະລາມ. ບັນດານັກເຄື່ອນໄຫວຝ່າຍຄ້ານໃຫ້ຮູ້ວ່າ, ວັນທີ 20/6, ທະຫານລັດຖະບານ ໄດ້ວາງລະເບີດໃສ່ບັນດາຖານທີ່ໝັ້ນຂອງກຳລັງລຸກຮືຂຶ້ນຢູ່ເຂດຊານນະຄອນຫຼວງ ດາມາກຸດ. ໃນຂະນະນັ້ນ, ສຳນັກຂ່າວສານ SANA ຂອງ ຊີຣີ ໄດ້ຄັດສະເໜີແຫຼ່ງຂ່າວຢ່າງເປັນທາງການໂດຍໃຫ້ຮູ້ວ່າ: ບາງບຸກຄົນ “ກໍ່ການຮ້າຍ” ຖືກດັບສູນຢູ່ອ້ອມແອ້ມຄຸກໃຫຍ່ທີ່ນະຄອນ Aleppo ທາງພາກເໜືອ, ບ່ອນທີ່ກຳລັງລຸກຮືຂຶ້ນ ຊອກຫາວິທີແຊກຊຶມເຂົ້າເພື່ອກູ້ເອົານັກໂທດ.