(VOVWORLD) - ວັນທີ 03 ມີນາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຄວາມເຄັ່ງຕຶງຂອງການຜັນແປຕ່າງໆພວມເພີ່ມຂຶ້ນຢ່າງຮ້າຍແຮງຢູ່ຕາເວັນອອກກາງໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫຼັກໝັ້ນຂອງ ຫວຽດນາມ ໄດ້ຍົກອອກມາຢ່າງຈະແຈ້ງໃນວັນທີ 28 ມີນາ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
|
ຕາມນັ້ນແລ້ວ, ຫວຽດນາມ ຄັດຄ້ານບັນດາການກະທຳທີ່ນຳໃຊ້ກຳລັງອາວຸດບຸກໂຈມຕີເຂົ້າບັນດາປະເທດທີ່ມີອະທິປະໄຕ, ພິເສດແມ່ນບັນດາພື້ນຖານໂຄງລ່າງພົນລະເຮືອນ ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ. ບັນດາການກະທໍານີ້ ໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງ ແລະ ສືບຕໍ່ນາບຂູ່ເຖິງຊີວິດອິນຊີ, ຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ໃນນັ້ນ ມີພົນລະເມືອງ ຫວຽດນາມ ຢູ່ ພາກພື້ນ, ກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານເສດຖະກິດ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ປະຕິບັດກົດໝາຍສາກົນ, ກົດບັດ ແລະ ມະຕິສະບັບຕ່າງໆຂອງ ສປຊ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ເຊື່ອມຕໍ່ການເຈລະຈາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົນທະນາມຸ່ງໄປເຖິງແກ້ໄຂບັນດາຄວາກແຕກຕ່າງກັນໂດຍສັນຕິວິທີ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.