ການປະທະກັນຢູ່ Mariupol-ຢູແກຼນ
(ພາບ: tienphong.vn)
(vovworld)- ວັນທີ 9/5, ໄດ້ເກີດການປະທະກັນລະຫວ່າງທະຫານຢູແກຼນ ກັບກຳລັງທວງເອົາການຫັນເປັນສະຫະພັນຢູ່ນະຄອນທ່າກຳປັ່ນ Mariupol ທາງທິດຕາເວັນອອກສ່ຽງໃຕ້ຢູແກຼນ ຊື່ງເຮັດໃຫ້ຢ່າງໜ້ອຍສຸດ 21 ຄົນເສຍຊີວິດ. ສຳນັກຂ່າວສານ Interfax ຂອງລັດເຊຍ ຢືນຢັນວ່າ: ທະຫານຢູແກຼນ ໄດ້ນຳໃຊ້ອາວຸດຂະໜາດໃຫ່ຍໃນຂະນະທີ່ກຳລັງນີ້ພະຍາຍາມຍາດເອົາສິດຄວບຄຸມສຳລັກງານຂອງກະຊວງພາຍໃນທີ່ຖືກຍຶດຄອງຢູ່ນະຄອນ Mariupol ຄືນໃໝ່. ນອກຈາກນັ້ນແລ້ວ, ນັກຂ່າວຈຳນວນໜຶ່ງຂອງສຳນັກຂ່າວສານ ITV ຂອງອັງກິດທີ່ມີໜ້າໃນນະຄອນແຫ່ງນີ້ກໍ່ໃຫ້ຮູ້ວ່າ: ທະຫານຢູແກຼນ ໄດ້ລະດົມບັນດາລົດຫຸ້ມເກາະ ແລະ ປືນຂະໜາດໜັກປະເພດຕ່າງໆໄປຍັງເຂດໃຈກາງນະຄອນ.