(ພາບ: vinabull.com)
(vovworld) - ໃນປີນີ້, ກະຊວງການເງິນຈະເປັນເຈົ້າພາບ ແລະ ສົມທົບກັບກະຊວງ, ຂະແໜງການຕ່າງໆ ຜັນຂະຫຍາຍຍຸດທະສາດພັດທະນາຕະຫຼາດຫຼັກຊັບ ເພື່ອເຮັດໃຫ້ຕະຫຼາດນີ້ກາຍເປັນແຫ່ງລະດົມທຶນຢ່າງມີປະສິດທິຜົນໃຫ້ແກ່ພື້ນຖານເສດຖະກິດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງການເງິນ ເວືອງດິ່ງເຮ້ວ ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ພັດທະນາຕະຫຼາດຫຼັກຊັບປີ 2012, ເຊິ່ງຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 3/3. ໃຫ້ຂໍ້ສັງເກດກ່ຽວກັບກາລະໂອກາດໃຫ້ແກ່ຕະຫຼາດຫຼັກຊັບໃນປະຈຸບັນ, ທ່ານລັດຖະມົນຕີ ເວືອງດິ່ງເຮ້ວ ເວົ້າວ່າ, ປະຈຸບັນ, ບັນດາອົງການສິນເຊື່ອສາກົນ ຕີລາຄາວ່າ, ເສດຖະກິດຂອງ ຫວຽດນາມ ພວມຢູ່ໃນລະດັບເປັນປົກກະຕິ. ທ່ານຢືນຢັນວ່າ.
”ໃນໄລຍະຈະມາເຖິງ, ກະຊວງການເງິນຈະເປັນປະທານ ແລະສົມທົບກັບກະຊວງ, ຂະແໜງການຕ່າງໆ ຜັນຂະຫຍາຍຍຸດທະສາດພັດທະນາຕະຫຼາດຫຼັກຊັບ, ເຊິ່ງທ່ານນາຍົກໆຫາກໍ່ເຊັນອະນຸມັດຢ່າງຂ້ຽວຂາດ. ເພື່ອແນໃສ່ສ້າງໂຄງປະກອບຕະຫຼາດຄືນໃຫມ່ໃຫ້ສົມບຸນແບບ, ຍົກສູງຄຸນນະພາບ ນັບທັງລວງກວ້າງ ແລະ ລວງເລິກ ເພື່ອໃຫ້ຕະຫຼາດຫຼັກຊັບກາຍເປັນແຫ່ງລະດົມທຶນຢ່າງມີປະສິດທິຜົນໃຫ້ແກ່ພື້ນຖານເສດຖະ ກິດ. ພວກເຮົາກໍ່ຈະສົມທົບກັບທະນາຄານແຫ່ງລັດ ເພື່ອຜັນຂະຫຍາຍໂຄງການຄຸ້ມຄອງເງິນລົງທຶນໂດຍທາງອ້ອມຂອງຕ່າງປະເທດ, ຮັບປະກັນກວດກາຢ່າງແໜ້ນແຟ້ນ, ແກ້ໄຂກໍລະນີທີ່ຜິດປົກກະຕິ, ຮັບປະກັນຄວາມປອດໄພໃຫ້ລະບົບ. ທາງກະຊວງການເງິນກໍ່ຈະຊີ້ນຳ ການປະຕິບັດແຜນຮ່າງ ສ້າງໂຄງປະກອບຕະຫຼາດຫຼັກຊັບຄືນໃໝ່ອີກ.”