(vovworld) - ຕອນບ່າຍວັນທີ 27/3, ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບສູນເກັບກູ້ລະເບີດຍັງບໍ່ທັນແຕກນຸດສະທຳສາກົນ Geneve (ຫຼື GICHD) ແລະ ກອງທຶນທະຫານຜ່ານເສີກ ອາເມລິກາ ຢູ່ ຫວຽດນາມ (IC – VVAF) ຈັດຕັ້ງການພົບປະສົນທະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ”. ທີ່ການພົບປະສົນທະນາ, ຜູ້ຕາງໜ້າອົງການການທູດບາງປະເທດ, ອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານໄດ້ກ່າວຄຳເຫັນດີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນສຳຄັນທີ່ບັນລຸໄດ້ຂອງລັດຖະບານ, ປະຊາຊົນ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມໃນໄລຍະຜ່ານມາ. ພ້ອມທັງ ໃຫ້ຄຳໝັ້ນສັນຍາກ່ຽວກັບຈຸດໝາຍ, ນະໂຍບາຍໜູນຊ່ວຍທີ່ມີຕໍ່ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດເບີດຍັງບໍ່ທັນແຕກພາຍຫຼັງສົງຄາມຢູ່ ຫວຽດນາມ. ທ່ານ ບູ່ຍຮົ່ງຫຼີງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຖືວ່າ:
“ເພື່ອແກ້ໄຂຜົນຮ້າຍຈາກລູກລະເບີດທີ່ຍັງບໍ່ທັນແຕກ, ສຳລັບໂຄງການນີ້ ພວກຂ້າພະເຈົ້າຕ້ອງການຈຳນວນເງິນ 700 ລ້ານ USD. ພວກຂ້າພະເຈົ້າສືບຕໍ່ຜັນຂະຫຍາຍປະຕິບັດບັນດາໂຄງການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດ, ໂຄສະນາສຶກສາໃຫ້ປະຊາຊົນປ້ອງກັນ, ສະກັດກັ້ນອຸບັດຕິເຫດຈາກລູກລະເບີດ, ພິເສດແມ່ນພວກນ້ອງເຍົາວະຊົນ ແລະ ບັນດາບຸກຄົນທີ່ປະຈຸບັນພວມດຳລົງຊີວິດຢູ່ເຂດທີ່ມີລູກລະເບີດໝາກມິນຕົກຄ້າງຫຼວງຫຼາຍ, ປະຕິບັດບັນດາໂຄງການເກັບກູ້ລະເບີດຍັງບໍ່ທັນແຕກ ເພື່ອສ້າງເງື່ອນໄຂດຳລົງຊີວິດ ແລະ ກໍ່ສ້າງບັນດາກິດຈະກຳສະຫວັດດີການສັງຄົມ. ນຳສູນຄຸ້ມຄອງຂໍ້ມູນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກນຳເຂົ້າເຄື່ອນໄຫວ”
ຕາມການຄາດຄະເນບໍ່ທັນຄົບຖ້ວນ, ນັບແຕ່ພາຍຫຼັງສົງຄາມຮອດປີ 2000, ຫວຽດນາມ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນລູກລະເບີດກ່ວາ 100.000 ຄົນ.