ການພົບປະສົນທະນາ“10ປີແຫ່ງການປະຕິບັດສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ”
ທ່ານນາງ Sun Lei ຫົວຫນ້າຫ້ອງການ UNESCO
ປະຈຳຫວຽດນາມ
ພາບ: internet
|
(vovworld)-ວັນທີ 24/7 ຢູ່ ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງການພົບປະສົນທະນາ“10ປີແຫ່ງການປະຕິບັດສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ- ສິ່ງບັນລຸໄດ້ ແລະ ບໍ່ທັນບັນລຸໄດ້-ການກຳນົດທິດໃຫ້ອະນາຄົດ”. ກ່າວຄຳເຫັນໄຂການພົບປະສົນທະນາ, ທ່ານນາງ Sun Lei ຜູ້ຕາງຫນ້າຫ້ອງການ UNESCO ປະຈຳຫວຽດນາມ ຖືວ່າ: ຫວຽດນາມ ພວມມານະພະຍາຍາມໃນການປະຕິບັດສົນທິສັນຍາ UNESCO ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ. ຫວຽດນາມ ໄດ້ມີການປະກອບສ່ວນຢ່າງລະອຽດທີ່ພິສູດໃຫ້ເຫັນວ່າ: ວັດທະນະທຳທັງສ້າງກຳລັງຫນູນທັງຊຸກຍູ້ການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ. ທີ່ການພົບປະສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາໄລຍະ 10 ປີ ແຫ່ງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງຫວຽດນາມ ກໍຄືສະເຫນີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນທ່າອ່ຽງພັດທະນາປະຈຸບັນ.