(vovworld) – ກ່າວຄຳເຫັນເມື່ອວັນທີ 5/8, ໂຄສົກທຳນຽບຂ່າວ ທ່ານ Jay Carney ຖືວ່າ: ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ໃນກ່ວາ 4 ປີຜ່ານມາພວມພັດທະນາຕາມທິດແທດຈິງ. ຕາມສຳນັກງຂ່າວສານລັດເຊຍ ITAR – TASS ແລ້ວ, ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Carney ຖືວ່າ: ລັກສະນະແທດຈິງໃນການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ໄດ້ສະແດງອອກຢູ່ບ່ອນວ່າ: ວໍຊິງຕັນ ປາດຖະໜາຢາກຮ່ວມມືກັບ ມົດສະກູໃນທຸກຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ພ້ອມທັງຊອກຫາວິທີເຮັດແຈ້ງບັນດາບັນຫາເຊິ່ງທັງ 2 ຝ່າຍບໍ່ລົງລອຍກັນ. ທ່ານ Carney ກໍ່ຢືນຢັນວ່າ: ປະທານາທິບໍດີ ອາເມລິກາ Barack Obama ຍັງຄົງມີແຜນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນອັນດັບໜຶ່ງຂອງໂລກ (ຈີ 20), ຄາດວ່າຈະຈັດຂຶ້ນຢູ່ St. Peterburg, ປະເທດ ລັດເຊຍ ໃນເດືອນ 9 ຈະມາເຖິງ.