ການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງປະທານາທີບໍດີຄົນໃໝ່ ອີຢິບ
Ba Thi, ນັກຂ່າວ VOV ປະຈຳ ອີຢິບ -  
ທ່ານປະທານາທິບໍດີ Morsi ແລະ ເຈົ້າຊີວິດ ອາຣາບີ ຊາອຸດິດ Abdullah
(ພາບ: AP)
(vovworld) - ທ່ານປະທານາທິບໍດີ ອີຢິບ Mohamed Morsi ໄດ້ເລືອກປະເທດ ອາຣາບີ ຊາອຸດິດ ເປັນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດຂອງຕົນ. ທ່ານປະທານາທິບໍດີ Morsi ແລະ ເຈົ້າຊີວິດ ອາຣາບີ ຊາອຸດິດ Abdullah ໄດ້ມີການເຈລະຈາເມື່ອຕອນຄຳ່ວັນທີ 11/7, ຢູ່ນະຄອນກຳປັ່ນ Jeddah. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານ Morsi ໃຫ້ຮູ້ວ່າ: ການເຈລະຈາລະຫວ່າງການນຳ 2 ທ່ານກ່ຽວກັບຄວາມສະຖຽນລະພາບໃນພາກພື້ນໄດ້ສຳເລັດຜົນຢ່າງຈົບງາມ ແລະ ມີລັກສະນະສ້າງສັນ, ເໝາະສົມກັບຜົນປະໂຫຍດຂອງ ອີຢິບ ແລະ ອາຣາບີ ຊາອຸດິດ ກໍຄືປະຊາຊົນ. ທ່ານ Morsi ໄດ້ຊີ້ແຈງວ່າ: “ສະຖຽນລະພາບຂອງພາກພື້ນແມ່ນຂຶ້ນກັບສະຖຽນລະພາບຂອງ ອີຢິບ ແລະ ເຂດອ່າວ, ໃນນັ້ນ ອາຣາບີ ຊາອຸດິດ ມີບົດບາດນຳໜ້າ”. ກ່ອນທີ່ຈະອອກຈາກ ອີຢິບ, ທ່ານ Morsi ເນັ້ນໜັກເຖິງສາຍພົວພັນອັນສະໜິດແໜ້ນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດມະຫາອຳນາດໃນພາກພື້ນນີ້. ທ່ານໃຫ້ຮູ້ວ່າ: ເລື່ອງເລືອກ ອາຣາບີ ຊາອຸດິດ ເປັນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດຂອງທ່ານ ນັບແຕ່ເມື່ອຂຶ້ນກຳອຳນາດນັ້ນ, ແມ່ນຍ້ອນວ່າ “2 ປະເທດມີການພົວພັນດ້ານປະຫວັດສາດມາແຕ່ດົນນານ”.
Ba Thi, ນັກຂ່າວ VOV ປະຈຳ ອີຢິບ