(vovworld) - ວັນທີ 2/12, ຢູ່ເຫ້ງອານ (Nghe An), ກະຊວງແຮງການ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນຮ່ວມມືລະຫວ່າງສອງກະຊວງ. ກ່າວຄຳເຫັນທີ່ພິທີ່, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຢືນຢັນວ່າ. ການຮ່ວມມືໃນຂົງເຂດແຮງການ ແລະ ສັງຄົມ ລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ ນັບທັງທາງດ້ານຂອບຂະໜາດ, ຮູບການ ແລະ ລວງເລີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານແຫຼ່ງຊັບພະຍາກອນ, ພິເສດແມ່ນກຳລັງຄົນງານທີ່ມີສີມືການຊ່າງສູງ, ປະກອບສ່ວນຮັບປະກັນຊີວິດສັງຄົມ ແລະ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດຢູ່ແຕ່ລະປະເທດ. ທ່ານນາງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຟ້າມທິຫາຍຈ່ວຽນ (Pham Thi Hai Chuyen) ແລະ ທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ອ່ອນຈັນ ທຳມະວົງ ພ້ອມກັນຢືນຢັນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືໃນທຸກຂົງເຂດກວ່າອີກຄື: ສະຫວັດດີການສັງຄົມ, ແຮງງານ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ, ບຳລຸງສ້າງພະນັກງານ, ສອນວີຊາຊີບ… ເພື່ອຮັບໃຊ້ໃຫ້ພາລະກິດພັດທະນາຢູ່ແຕ່ລະປະເທດ.