(ພາບ: http://www.baomoi.com)
ຫຼາຍທ້ອງຖີ່ນໃນທົ່ວປະເທດຫວຽດນາມໄດ້ຈັດຕັ້ງການເຄື່ອນໄຫວ ຕອບສະໜອງວັນ ທົ່ວໂລກປ້ອງກັນ ແລະ ຕ້ານ HIV/AIDS ຄືວັນທີ 1/12. ວັນທີ 30/11, ສູນປ້ອງກັນ ແລະ ຕ້ານ HIV/AIDS ນະຄອນ ດ່ານັ້ງ ໄດ້ຈັດຕັ້ງການພົບປະກັບບັນດາຜູ້ຕິດ HIV ໃນນະ ຄອນ ເພື່ອແລກປ່ຽນກ່ຽວກັບວຽກງານເບິ່ງແຍງສຸຂະພາບ ແລະ ປ້ອງກັນ ບໍ່ໃຫ້ HIV/AIDS ແຜ່ຂະຫຍາຍໃນວົງຄະນາຍາດ. ໃນໂອກາດນີ້, ສູນ ປ້ອງກັນ ແລະ ຕ້ານ HIV/AIDS ກໍ່ມອບຂອງຂວັນໃຫ້ຜູ້ຕິດ HIV/AIDS ທີ່ປະສົບກັບຄວາມຫຍຸ້ງຍາກ 100 ຄົນ. ທ່ານ ເລວັນທົງ, ຜູ້ຕິດ HIV, ເວົ້າຄວາມໃນໃຈສູ່ຟັງວ່າ:
”ຂ້າພະເຈົ້າຫວັງວ່າທຸກຄົນຈະຖືຜູ້ຕິດ HIV ຄືດັ່ງຄົນທຳມະດາ, ສ້າງເງື່ອນໄຂ, ແລະເຫັນອົກເຫັນໃຈນຳ ເພື່ອໃຫ້ເຂົາເຈົ້າເຊື່ອມຕົວເຂົ້າກັບວົງຄະນາຍາດ, ຄວາມເຫັນອົກເຫັນໃຈຈາກສອງຝ່າຍ ຈະຊ່ວຍໃຫ້ວຽກງານປ້ອງກັນ ແລະ ຕ້ານ HIV/AIDS ມີປະສິດທິຜົນທີ່ສຸດ”.
ສູນປ້ອງກັນ ແລະ ຕ້ານ HIV/AIDS ແຂວງ ດັກລັກ ກໍ່ໄດ້ປຸກລະດົມການເຄື່ອນໄຫວຫຼາຍຢ່າງເພື່ອປ້ອງກັນ ແລະ ຕ້ານ HIV/AIDS ຄືປຸກລະດົມປະຊາຊົນຈົ່ງມີການກະທຳປ້ອງກັນ ແລະ ຕ້ານ HIV/AIDS ດ້ວຍຕົນເອງ, ສຳພັດກັບການບໍລິການປ້ອງກັນ, ເບິ່ງແຍງ ແລະປິ່ນປົວໃຫ້ຜູ້ຕິດ HIV/AIDS, ຕ້ານການຈຳແນກການປະພຶດຕໍ່ບໍ່ດີກັບຜູ້ຕິດເຊື້ອ HIV/AIDS.