ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 60 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ
ພິທີເປີດສະຫຼອງໄລຍະ 1-ຫໍພິພິຕະພັນໄຊຊະນະປະຫວັດສາດດ້ຽນບຽນຝູ
(ພາບ: VTV Online)
(vovworld)- ຕອນບ່າຍວັນທີ 5/5, ທ່ານຮອງນາຍົກລັດຖະມົນຕີຫວູ້ດຶກດາມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໄລຍະ 1-ຫໍພິພິຕະພັນໄຊຊະນະປະຫວັດສາດດ້ຽນບຽນຝູ ຢູ່ແຂວງດ້ຽນບຽນ. ຫໍພິພິຕະພັນໄຊຊະນະປະຫວັດສາດດ້ຽນບຽນຝູ ແມ່ນກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນເພື່ອຂ່ຳນັບຊົມເຊີຍວັນໄຊຊະນະດ້ຽນບຽນຝູຄົບຮອບ 60 ປີ (7/5/1954-7/5/2014) ຊື່ງໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນ 10/2012 ດ້ວຍຍອດມຸນຄ່າກ່ວາ 210 ຕື້ດົ່ງ. ຫໍພິພິຕະພັນໄດ້ຮັບການກໍ່ສ້າງໃນເນື້ອທີ່ທັງໝົດ 22.000 ມ2 ແລະ ໄດ້ວາງສະແດງວັດຖຸພັນເກືອບ 1000 ຊິ້ນ ແລະ ຮູບພາບກ່ຽວກັບບັ້ນຮົບດ້ຽນບຽນຝູ.
ໃນວັນດຽວກັນ, ສຳນັກຂ່າວສານຫວຽດນາມ ໄດ້ໄຂງານວາງສະແດງຮູບພາບ “ດ້ຽນບຽນຝູ- 60 ປີແຫ່ງໄຊຊະນະ“ ຢູ່ຮ່າໂນ້ຍ. ງານວາງສະແດງໄດ້ແນະນຳຮູບພາບສີ ແລະ ຂາວດຳ 120 ແຜ່ນ ຊື່ງໄດ້ຖ່າຍບັນດາຈຸດເວລາທີ່ພົ້ນເດັ່ນທີ່ສຸດໃນບັ້ນຮົບດ້ຽນບຽນຝູ ແລະ ສ່ອງແສງບັນດາຜົນງານ ແລະ ການປ່ຽນໃໝ່ໃນເຂດດິນແດນດ້ຽນບຽນໃນ 60 ປີຜ່ານມາ. ເຂົ້າຮ່ວມງານວາງສະແດງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ:
“ມື້ນີ້, ເມື່ອເຂົ້າຮ່ວມງານວາງສະແດງຮູບພາບ “ດ້ຽນບຽນຝູ- 60 ປີແຫ່ງໄຊຊະນະ“, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດທີ່ໄດ້ຊົມບັນດາຮູບພາບທີ່ບໍ່ເຄີຍເຫັນ ຫລືວ່າເຫັນຮູບພາບເກົ່າແຈ້ງກ່ວາ, ລະອຽດກ່ວາ ແລະ ໄດ້ຮູ້ຊື່ຂອງຜູ້ຖ່າຍອີກ. ຂ້າພະເຈົ້າຖືວ່າ, ບັນດາຮູບພາບກ່ຽວກັບດ້ຽນບຽນຝູໂດຍນັກຂ່າວຂ່າວສານຫວຽດນາມ ຖ່າຍໃນບັນດາຈຸດເວລາປະຫວັດສາດ ແມ່ນພະຍານຫຼັກຖານທີ່ຈະຍືນຍົງຄົງຕົວກັບປະຫວັດສາດຕະຫຼອດໄປ“./.