“ການເຄື່ອນໄຫວມິດຕະພາບ 2022” ປະກອບສ່ວນໂຄສະນາພາບພົດ ຫວຽດນາມ

(VOVWORLD) -ບັນດານັກການທູດ ແລະ ເພື່ອນມິດສາກົນຈະໄປຢ້ຽມຢາມວັດ ໄທ່ ແລະ ເຂົ້າຮ່ວມຄົ້ນຫາວັດທະນະທຳທີ່ເປັນມູນເຊື້ອຢູ່ເຂດທ່ອງທ່ຽວ ຕ່ວນເຈົາ ຮ່າໂນ້ຍ ຂຶ້ນກັບເມືອງ ກວກອວຍ.

ລາຍການ “ການເຄື່ອນໄຫວມິດຕະພາບ 2022” ຈະດຳເນີນໃນວັນທີ 24 ເມສາ ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ອຸປະທູດ, ນັກການທູດ ແລະ ບັນດາເພື່ອນມິດຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຫວຽດນາມ ກວ່າ 30 ທ່ານ. ລາຍການໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ຈັດຂຶ້ນ. ບັນດານັກການທູດ ແລະ ເພື່ອນມິດສາກົນຈະໄປຢ້ຽມຢາມວັດ ໄທ່ ແລະ ເຂົ້າຮ່ວມຄົ້ນຫາວັດທະນະທຳທີ່ເປັນມູນເຊື້ອຢູ່ເຂດທ່ອງທ່ຽວ ຕ່ວນເຈົາ ຮ່າໂນ້ຍ ຂຶ້ນກັບເມືອງ ກວກອວຍ. ຜ່ານລາຍການດັ່ງກ່າວ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ປາດຖະໜາຢາກສືບຕໍ່ຍູ້ແຮງການໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ