(vovworld) - ຕອນເຊົ້າວັນທີ 20/6, ຢູ່ຮ່າໂນ້ຍ, ສະຖາບັນສື່ມວນຊົນ ແລະ ໂຄສະນາ (ຂຶ້ນກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ), ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2015). ກ່າວຄວາມເຫັນຢູ່ທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ຢືນຢັນບົດບາດຂອງສື່ມວນຊົນໃນໄລຍະຜ່ານມາ, ທັງປະຕິບັດບົດບາດໜ້າທີ່ເປັນອົງການກະບອກສຽງຂອງພັກ, ລັດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ… ທັງເປັນເວທີປາໄສຂອງປະຊາຊົນ. ກ່ຽວກັບວຽກງານບຳລຸງສ້າງຂອງສະຖາບັນສື່ມວນຊົນ ແລະ ໂຄສະນາໃນໄລຍະຈະມາເຖິງ, ທ່ານ ຫງວຽນທ້ຽນເຍິນສະເໜີວ່າ:
“ສິ່ງສຳຄັນກວ່າໝູ່ແມ່ນຍົກສູງຄຸນນະພາບຖັນແຖວພະນັກງານສື່ມວນຊົນ, ໃນສະພາບການປະຈຸບັນ. ສະຖາບັນຂອງພວກເຮົາແມ່ນແຫຼ່ງບຳລຸງສ້າງແຫຼ່ງຊັບພະຍາກອນຂອງສື່ມວນຊົນຫວຽດນາມ. ຍ້ອນເຫດນັ້ນພວກເຮົາຕ້ອງພັດທະນາກະໂດດຂັ້ນ ເພື່ອເຊື່ອມໂຍງທັງດ້ານຫຼັກສູດ ແລະ ວິທີການບຳລຸງສ້າງ“.
ຕອນເຊົ້າວັນທີ 20/6, ຫົວໜ້າຄະນະໂຄສະນາສຶກສາສູນກາງ ດິງເທ໋ຮີນ ໄດ້ມາຢ້ຽມຢາມ ແລະ ອວຍພອນສະມາຄົມນັກຂ່າວຫວຽດນາມ, ສຳນັກຂ່າວສານຫວຽດນາມ, ໜັງສືພິມປະຊາຊົນ, ວິທະຍະກະຈາຍສຽງຫວຽດນາມ, ໜັງສືພິມຕຳຫຼວດປະຊາຊົນ ແລະ ໜັງສືພິມກອງທັບປະຊາຊົນ. ເມື່ອຢ້ຽມຢາມວິທະຍຸກະຈາຍສຽງຫວຽດນາມ, ທ່ານ ດິງເທ໋ຮີນ, ເນັ້ນໜັກວ່າ:
“ຂ້າພະເຈົ້າຫວັງວ່າ ວິທະຍຸກະຈາຍສຽງຫວຽດນາມເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ກໍ່ຄືບົດຮຽນທີ່ຖອດຖອນມາໄດ້ໃນ 70 ປີຜ່ານມາ ເພື່ອເຮັດບົດບາດ, ພາລະໜ້າທີ່ຂອງວິທະຍຸກະຈາຍສຽງແຫ່ງຊາດໃຫ້ດີກວ່າ. ນຳໜ້າໃນຂົງເຂດກະຈາຍສຽງ, ອຸດົມສົມບຸນກວ່າໃນຂົງເຂດໂທລະພາບ, ຍົກສູງຄຸນນະພາບ, ກາຍເປັນອົງການສື່ມວນຊົນດ້ວຍຫຼາຍຮູບການແຂງແຮງ “.
ແລະ ກໍ່ໃນຕອນເຊົ້າວັນທີ 20/6, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ເລແທງຫາຍ ໄດ້ມາຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງຫວຽດນາມ. ກ່າວຄວາມເຫັນນະພິທີຕ້ອນຮັບ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕ໋ຽນ, ເນັ້ນໜັກວ່າ:
“ພວກຂ້າພະເຈົ້າໝັ້ນໝາຍຈະອອກແຮງສູ້ຊົນກວ່າອີກ ເພື່ອພັດທະນາກະໂດດຂັ້ນ, ຖືກທິດ. ເພື່ອສ່ອງແສງບັນດາຂ່າວໃໝ່, ຖືກຕ້ອງ, ຊັດເຈນທີ່ສຸດ ແລະ ສ້າງຄວາມດຶງດູດ, ຕອບສະໜອງຂໍ້ມູນຂ່າວ ເຖິງໝູ່ມະຫາຊົນ ແລະ ສັງຄົນ ໃນທຸກເວລາ, ທຸກແຫ່ງ , ຮັກສາຄຸນນະທາດຂອງຜູ້ເຮັດວຽກງານສື່ມວນຊົນປະຕິວັດ ແລະ ຂອງວິທະຍຸກະຈາຍສຽງຫວຽດນາມລຸ້ນຕ່າງໆ. ຜ່ານນັ້ນຕອບສະໜອງຄວາມປາຖະໜາຂອງພັກ, ລັດ ແລະ ປະຊາຊົນທົ່ວປະເທດ “.