ທ່ານ ເຈືອງມິງຕ໋ວນ ກ່າວຄຳເຫັນທີ່ຊຸດເຝິກອົບຮົມ
(ພາບ: petrotimes.vn)
(vovworld) – ຕອນເຊົ້າວັນທີ 15/4, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຫ້ອງການສະພາເລືອກຕັ້ງແຫ່ງຊາດໄດ້ສົມທົບກັນຈັດຕັ້ງການເຝິກອົບຮົມດ້ານທັກສະໃນການໂຄສະນາກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2016 – 2021 ໃຫ້ນັກຂ່າວ, ບັນນາທິການບັນດາອົງການສື່ມວນຊົນຢູ່ພາກເໜືອ.
ກ່າວຄຳເຫັນທີ່ການໄຂຊຸດເຝິກອົບຮົມ, ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຢັ້ງຢືນວ່າ:
“ໃນການໂຄສະນາໃຫ້ບັນດາຜູ້ອອກສະໝັກເລືອກຕັ້ງ, ສະເໜີໃຫ້ບັນດາອົງການສື່ມວນຊົນຕ້ອງໂຄສະນາຢ່າງສະເໝີພາບ, ບໍຈຳແນກຜູ້ອອກສະໝັກເລືອກຕັ້ງໂດຍອົງການ, ຫົວໜ່ວຍຈັດຕັ້ງສະເໜີ ກັບຜູ້ອອກສະໝັກເລືອກຕັ້ງເອງ, ບໍ່ຈຳແນກລະຫວ່າງຜູ້ມີຕຳແໜງສູງກັບຜູ້ບໍ່ມີຕຳແໜງສູງ, ພິເສດສຳລັບບັນດາວິທະຍຸຢູ່ທ້ອງຖິ່ນ.”