ການເລືອກຕັ້ງປະທານາທິບໍດີຢູ່ອີຕາລີ
(ພາບ:vov.vn)
(vovworld) - ວັນທີ 24/2, ຜູ້ມີສິດເລືອກຕັ້ງອີຕາລີກ່ວາ 47 ລ້ານຄົນໄດ້ໄປປ່ອນບັດໃນການເລືອກຕັ້ງທົ່ວປະເທດ ຊື່ງຈັດຂຶ້ນໃນວັນທີ 24 ແລະ 25/2. ການປ່ອນບັດຄັ້ງນີ້ຖືກຖືວ່າມີຄວາມສຳຄັນທີ່ສຸດສຳລັບອີຕາລີ ໃນສະພາບການທີ່ໂຣມ ພວມຕ້ອງມານະພະຍາຍາມເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດຄື: ຊຸກຍູ້ການເຕີບໂຕຈີດີພີ, ຫລຸດຜ່ອນອັດຕາສ່ວນຜູ້ຫວ່າງງານ, ໜີ້ສາທາລະນະ…ໝາກຜົນການຢັ້ງຫາງສຽງຄັ້ງຕ່າງໆຫວ່າງມໍ່ໆມານີ້ໃຫ້ເຫັນວ່າ: ພັນທະມິດກາງຊ້າຍຂອງການນຳ Pier Luighi ພວມລື່ນກາຍພັນທະມິດກາງຂວາຂອງອະດີດນາຍົກລັດຖະມົນຕີ Silvio Berlusconi ແລະ ຄາດວ່າຈະຍາດໄດ້ທີ່ນັ່ງເປັນຈຳນວນຫຼາຍທີ່ສະພາຕ່ຳລວມມີ 630 ທີ່ນັ່ງ ແຕ່ຈະບໍ່ສາມາດຍາດໄດ້ໝາກຜົນຄືດັ່ງກ່າວທີ່ສະພາສູງລວມມີ 315 ທີ່ນັ່ງ. ໝາກຜົນໃນເບື້ອງຕົ້ນຈະຖືກປະກາດໃນຕອນຄ່ຳວັນທີ 25/2.