ປະທານາທິບໍດີ Barack Obama
(ພາບປະກອບ)
(vovworld) - ຍັງມີ 6 ວັນອີກ ກໍ່ຈະດຳເນີນການເລືອກຕັ້ງປະທານາທິບໍດີຢູ່ອາເມລິກາ, ຕາມຜົນຈາກການຢັ່ງຫາງສຽງແລ້ວ, ຜູ້ອອກສະໝັກຮັບເລືອກຕັ້ງທັງສອງຂອງພັກປະຊາທິປະໄຕ ແລະ ພັກສາທາລະນະແມ່ນເທົ່າທຽມກັນ. ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ວໍຊິງຕັນ ໄດ້ຄັດສະເໜີຜົນຂອງການຢັ່ງຫາງສຽງທີ່ປະກາດເມືອວັນທີ 31/10 ຂອງ Reuters/Ipsos ໂດຍໃຫ້ຮູ້ວ່າ, ທ່ານ Mitt Romney, ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະມີທ່າໄດ້ປຽບກວ່າຄູ່ແຂງຂອງຕົນແມ່ນທ່ານປະທານາທິບໍດີ Barack Obama ຂອງພັກປະຊາທິປະໄຕ ດ້ວຍອັດຕາ 47% - 46%. ແຕ່ຜົນແຫ່ງການຢັ່ງຫາງສຽງເມື່ອວັນທີ 31/10 ຂອງ Quinnipiac University/New York Times/CBS New ພັດໃຫ້ເຫັນວ່າ, ປະທານາທິບໍດີ Barack Obama ລື່ນກາຍຄູ່ແຂງຂອງຕົນຢູ່ 3 ລັດ ທີ່ສຳຄັນກວ່າໝູ່ໃນການເລືອກຕັ້ງປີ 2012 ນັ້ນແມ່ນລັດ Ohio, Florida ແລະ Virginia ດ້ວຍອັດຕາຜິດໂຕນກັນຕາມລຳດັບແມ່ນ 5%, 1% ແລະ 2%. ປະຈຸບັນ, ທັງສອງທ່ານໄດ້ກັບຄືນສູ່ການຂົນຂວາຍຫາສຽງເລືອກຕັ້ງ ພາຍຫຼັງຢຸດຕິ 3 ມື້ຍ້ອນພະຍຸ Sandy.