
ທ່ານBernie Sanders ແລະ ທ່ນນາງ Hilary Clinton
ພາບ:AP
|
(vovworld)- ວັນທີ24/6, ສະມາຊິກສະພາພັກສາທາລະນະ ຂອງອາເມລິກາ Bernie Sanders ຖະແຫລງ ຈະປ່ອນບັດໃຫ້ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ Hilary Clinton ໃນການເລືອກຕັ້ງປະທານາທິບໍດີຂອງປະເທດປະເທດນີ້ ໃນເດືອນ 11 ຈະມາເຖິງ. ກ່າວຄຳເຫັນທາງໂທລະພາບ MSNBC, ເມື່ອຕອບຄຳຖາມ ຈະປ່ອນບັດໃຫ້ທ່ານນາງ Hilary Clinton ຫລືບໍ່, ທ່ານ Sanders ຢືນຢັນວ່າ “ປ່ອນບັດສະຫນັບສະຫນູນໃຫ້ທ່ານນາງ Hilary Clinton”. ກ່ອນຫນ້ານັ້ນ ທ່ານ Samders ໄດ້ມີບັ້ນໂຄສະນາຫາສຽງເລືອກຕັ້ງໃນບັນດາການເລືອກຕັ້ງເບື້ອງຕົ້ນຜ່ານມາ ແລະ ໄດ້ດຶງດູດການສະຫນັບສະຫນູນຂອງຜູ້ມີສິດເລືອກຕັ້ງນັບພັນໆຄົນ.