ການເລືອກຕັ້ງອາເມລິກາ ປີ 2020: ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump ເລີ່ມປະຕິບັດ “ບັ້ນ MAGA"
(VOVWORLD) -ແຈ້ງການຖືກຍົກອອກມາໃນສະພາບການທີ່ທ່ານປະທານາທິບໍດີ Donald Trump ໃນປັດຈຸບັນ ພວມໄດ້ຮັບການປິ່ນປົວຢູ່ສູນສາທາລະນະສຸກ Walter Reed ຍ້ອນທ່ານຖືກຕິດເຊື້ອໂຄວິດ - 19.
ບຸກຄົນທີ່ສະໜັບສະໜູນ ທ່ານປະທານາທິບໍດີ Donald Trump (ພາບ: Getty Images/baoquocte.vn) |
ວັນທີ 03 ຕຸລາ, ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ອີກສະໄໝໜຶ່ງ ໄດ້ປະກາດກ່ຽວກັບການເລີ່ມປະຕິບັດ “ບັ້ນ MAGA" (ເຮັດໃຫ້ປະເທດ ອາເມລິກາ ຍິ່ງໃຫຍ່ຄືເກົ່າ), ຕາມນັ້ນແລ້ວ ບັນດາເຫດການຂົນຂວາຍຕົວຈິງ ແລະ ທາງອອນລາຍ ຈະຖືກຈັດຂຶ້ນໃນຕະຫຼອດເດືອນສຸດທ້າຍ ກ່ອນທີ່ຈະດຳເນີນການເລືອກຕັ້ງ ຢ່າງເປັນທາງການ. ແຈ້ງການຖືກຍົກອອກມາໃນສະພາບການທີ່ທ່ານປະທານາທິບໍດີ Donald Trump ໃນປັດຈຸບັນ ພວມໄດ້ຮັບການປິ່ນປົວຢູ່ສູນສາທາລະນະສຸກ Walter Reed ຍ້ອນທ່ານຖືກຕິດເຊື້ອໂຄວິດ - 19.