ການແກ້ ໄຂການຍາດຊິງອະທິປະໄຕຢູ່ທະເລ ແມ່ນ ຕ້ອງອີງໃສ່ ກົດໝາຍທະເລປີ 1982
(ພາບ : http://tamnhin.net)
ກົດໝາຍວ່າດ້ວຍທະເລປີ 1982 ຍັງບໍ່ທັນສາມາດຕອບສະໜອງຜົນປະໂຫຍດແລະຈຸດໝາຍຂອງທຸກໆປະເທດ, ແຕ່ມັນຍັງຄົງເປັນພື້ນຖານໃຫ້ແກ້ການກະທຳ ແລະ ຮ່ວມມືໃນຂົງເຂດທະເລ. ວັນທີ 6/12 ກ່າວຄຳເຫັນທີ່ ກອງປະຊຸມ ຄົບຄະນະ ຂອງຊະມັດຊາໃຫຍ່ ສປຊ ກ່ຽວກັບ “ ມະຫາສະໝຸດ ແລະ ກົດໝາຍວ່າດ້ວຍ ທະເລ ”, ທ່ານເອກອັກຄະລັດຖະທູດ ບຸຍເທ໋ຢາງ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ຖືວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງເຂົ້າໃນການຊຸກຍູ້ສັນຕິພາບ ແລະ ຄວາມສະຫງົບໃນໂລກ. ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລໄດ້ສະໜອງກອບກົດໝາຍຊຶ່ງ ໄດ້ຮັບການ ຮັບຮູ້ຢ່າງກ້ວາງຂວາງໃນທົ່ວໂລກ ເພື່ອ ໃຫ້ບັນດາປະເທດແຄມທະເລ ສ້າງ ແລະ ປະຕິບັດບັນດາສິດ ແລະ ພັນທະ ກ່ຽວກັບທະເລ. ທ່ານເອກອັກຄະລັດຖະທູດບຸຍເທ໋ຢາງເນັ້ນໜັ້ກວ່າ ຫວຽດນາມ ເຫັນດີເປັນ ເອກະສັນກັບ ທັດສະນະຮ່ວມ ກ່ຽວກັບຄວາມສຳຄັນຂອງການນຳໃຊ້ ແລະ ພັດທະນາທະເລ, ໃນນັ້ນການ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທະເລແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກໄດ້. ໂດຍແມ່ນປະເທດແຄມທະເລ, ຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງ ບັນຫາການ ຮ່ວມມືໃນພາກພື້ນ ແລະ ສາກົນ, ໃນນັ້ນມີການນຳໃຊ້ ແລະ ຄຸ້ມຄອງທະເລຕາເວັນອອກ. ກ່ຽວກັບບັນຫານີ້, ປັດໃຈທີ່ສຳຄັນ ກໍ່ແມ່ນການເຄົາລົບນັບຖືລະບຽບກົດໝາຍ ຊຶ່ງໄດ້ຖືກສ້າງຂຶ້ນຈາກ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ. ສົນທິສັນຍານີ້ ມີການເຂົ້າຮ່ວມຂອງບັນດາປະເທດອ້ອມແອ້ມທະເລຕາເວັນອອກເກືອບທັງໝົດ.