ການແຫ່ຂະບວນປະທ້ວງແຜ່ລາມອອກຢ່າງກ້ວາງຂວາງຢູ່ທາງທິດຕາເວັນອອກຢູແກຼນ
ຜູ້ແຫ່ຂະບວນປະທ້ວງຢູ່ Donetsk
(ພາບ: AFP/TTXVN)
(vovworld) – ວັນທີ 27/4, ມີປະຊາຊົນເກືອບ 3.000 ຄົນໄດ້ລົງຖະໜົນເຂົ້າຮ່ວມການແຫ່ຂະບວນປະທ້ວງ ຢູ່ສະໜາມຫຼວງ ເລນີນ ທີ່ໃຈກາງນະຄອນ Donetsk ຂອງ ຢູແກຼນ ຮຽກຮ້ອງໃຫ້ດຳເນີນການເອົາປະຊາມະຕິກ່ຽວກັບການຫັນ ຢູແກຼນເປັນສະຫະພັນ. ກໍ່ໃນຈຸດເວລານີ້, ປະຊາຊົນນັບຮ້ອຍຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ ໃຈກາງນະຄອນ Kharkov ເພື່ອຮຽກຮ້ອງໃຫ້ດຳເນີນການເອົາປະຊາມະຕິກ່ຽວກັບການຫັນ ຢູແກຼນ ເປັນສະຫະພັນ, ພ້ອມທັງສະແດງຄວາມເຫັນດີເຫັນພ້ອມກັບບັນດາເຂດອື່ນຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດນີ້ ໃນການຄັດຄ້ານລັດຖະບານຊົ່ວຄາວ ກີແອບ ໃນປະຈຸບັນ. ສ່ວນຢູ່ແຂວງ Lugansk, ບັນດາຜູ້ສະໜັບສະໜູນການຫັນຢູແກຼນ ເປັນ ສະຫະພັນ ໄດ້ຈັດຕັ້ງການແຫ່ຂະບວນປະທ້ວງ ແລະ ຮຽກຮ້ອງໃຫ້ອຳນາດການປົກຄອງ ກີແອບ ອະໄພຍະໂທດໃຫ້ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງທຸກຄົນ, ຮັບຮູ້ພາສາ ລັດເຊຍ ແມ່ນພາສາໜຶ່ງຂອງປະເທດ, ກໍ່ຄືດຳເນີນການເອົາປະຊາມະຕິກ່ຽວກັບອະນາຄົດຂອງເຂດນີ້.