ການແຫ່ຂະບວນປະທ້ວງ ຢູ່ຢູແກຼນ
(ພາບ: AFP/ TTXVN)
(vovworld)- ວັນທີ 8/3, ປຊຊ ເກືອບ 3000 ຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງເລນິນ ຢູ່ໃຈກາງນະຄອນ Donetsk ທ່ວງໃຫ້ການລົງປະຊາມະຕິກ່ຽວກັບຂໍ້ກຳນົດເຂດ Donbass. ບັນດາຜູ້ແຫ່ຂະບວນປະທ້ວງຂຶ້ນກັບຫຼາຍກຳລັງການເມືອງ ແລະ ອົງການຈັດຕັ້ງສັງຄົມທີ່ແຕກຕ່າງກັນ, ໃນນັ້ນມີພັກກອມມູນິດ, ພັກ “ກຸ່ມລັດເຊຍ“, ຂະບວນການສັງຄົມ “ແນວໂຮມພາກຕາເວັນອອກ“…
ໃນວັນດຽວກັນ, ປຊຊ 2000 ກ່ວາຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງເສລີພາບຢູ່ Kharkov ຮຽກຮ້ອງໃຫ້ການນຳທ້ອງຖິ່ນລາອອກຈາກຕຳແໜ່ງ ພ້ອມທັງສະໜັບສະໜູນການລົງປະຊາມະຕິກ່ຽວກັບຂໍ້ນຳນົດຂອງແຂວງນີ້.
ວັນທີ 8/3, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ປະກາດສາຍເຫດພາໄປເຖິງສະພາບສັບສົນຢູ່ຢູແກຼນໃນປະຈຸບັນ ແມ່ນຍ້ອນຝ່າຍຕາເວັນຕົກບໍ່ປະຕິບັດບັນດາຂໍ້ຕົກລົງທີ່ລົງນາມເມື່ອວັນທີ 21/2 ລະຫວ່າງປະທານາທິບໍດີ V.Yanukovych ແລະ ຝ່າຍຄ້ານ ຕໍ່ນ້າການເປັນສັກຂີພິຍານຂອງບັນດາທູດພິເສດສະຫະພາບເອີລົບ (EU). ໃນຂະນະນັ້ນ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຈະການປະຊຸມດ່ວນຄັ້ງທີ 5 ໄວ້ໃນເວລາພຽງ 1 ອາທິດກ່ຽວກັບບັນດາຢູແກຼນ. ການປະຊຸມຄາດວ່າດຳເນີນໃນວັນທີ 8/3 ຖືກໂຈະໄວ້ຮອດວັນທີ 10/3 ຈະມາເຖິງ./.