ພາບປະກອບ
|
(vovworld) - ວັນທີ 12/2, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ສະຫະພັນບັນດາອົງການສົ່ງອອກ ອິນເດຍ (FIEO) ສົມທົບກັນຈັດຕັ້ງການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ: “ດຳເນີນທຸລະກິດຢູ່ ຫວຽດນາມ”. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານຜູ້ອຳນວຍການໃຫຍ່ FIEO Ajay Sahai ຕີລາຄາສູງບົດບາດຂອງຫວຽດນາມ ໃນນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ. ທ່ານຖືວ່າ: ຫວຽດນາມ ແມ່ນ “ປະຕູ” ເພື່ອໃຫ້ ອິນເດຍ ເພີ່ມທະວີການເຊື່ອມຕໍ່ ແລະ ພົວພັນຄ້າຂາຍກັບບັນດາປະເທດ ອີຊີຕາເວັນອອກສ່ຽງໃຕ້.
ພາຍຫຼັງເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ນັບມື້ນັບໄດ້ຮັບການເພີ່ມທະວີລະຫວ່າງ ຫວຽດນາມ ແລະ ອິນເດຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊິງແທ່ງ ຊີ້ແຈ້ງວ່າ: 2 ປະເທດຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນຄື: ສປຊ, ອົງການການຄ້າໂລກ (WTO), ອາຊຽນ, ເວທີປາໄສ ອາຊີຕາເວັນອອກ (EAS)… ການພົວພັນການຄ້າລະຫວ່າງ 2 ປະເທດໄດ້ເພີ່ມທະວີຢ່າງແຮງ, ຕາມນັ້ນແລ້ວ, ອິນເດຍ ໄດ້ກາຍເປັນໜຶ່ງໃນຈຳນວນ 10 ຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງ ຫວຽດນາມ. ຫວຽດນາມ ສືບຕໍ່ແມ່ນສະຖານທີ່ລົງທຶນດູດດື່ມຂອງບັນດາບໍລິສັດ ອິນເດຍ. ທ່ານເອກອັກຄະລັດຖະທູດ ໂຕນຊິງແທ່ງ, ຖືວ່າ: ຫວຽດນາມ ແລະ ອິນເດຍ ແມ່ນ 2 ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນພວມພັດທະນາ, ລ້ວນແຕ່ມີຕະຫຼາດໃຫຍ່. ທັງ 2 ປະເທດບໍ່ພຽງແຕ່ຕ້ອງການຕະຫຼາດສົ່ງອອກເທົ່ານັ້ນ, ຫາກຍັງຕ້ອງການນຳເຂົ້າເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ, ຜ່ານນັ້ນສ້າງບັນດາກາລະໂອກາດໃຫຍ່ສຳລັບວິສາຫະກິດ 2 ປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ຈຸດໝາຍນີ້, ຍັງມີຄວາມມານະພະຍາຍາມລວມຈາກລັດຖະບານ ແລະ ປະຊາຄົມນັກວິສາຫະກິດ ຂອງ ຫວຽດນາມ ແລະ ອິນເດຍ.