ການໂອ້ລົມສົນທະນາ ກ່ຽວກັບສິດສະເໝີພາບ ລະຫວ່າງຍິງ-ຊາຍ
ສະພາບການໃນການໂອ້ລົມສົນທະນາ
(ພາບ:daibieunhandan.vn)
( vovworld ) – ຕອນເຊົ້າວັນທີ 7/3, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບຫ້ອງການສະຫະປະຊາຊາດປະຈຳຫວຽດນາມ ຈັດ “ການໂອ້ລົມສົນທະນາກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍ“ ເນື່ອງໃນໂອກາດວັນແມ່ຍິງສາກົນຄືວັນທີ 8/3. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢືນຢັນວ່າ: ພັກ, ແລະ ລັດຫວຽດນາມ ໄດ້ ແລະ ພວມຕັດສິນໃຈປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍຢ່າງແທດຈິງ ໂດຍຜ່ານການສ້າງກອບກົດໝາຍສຳເລັດ, ເອົາເນື້ອໃນກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນເອກະສານດ້ານກົດໝາຍ, ປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍໄລຍະ 2011-2015. ທ່ານນາງ ຟ້າມທິຫາຍຈ່ວຽນ ເວົ້າວ່າ:
“ທີ່ເວທີປາໄສຄັ້ງນີ້, ພວກເຮົາພ້ອມກັນແບ່ງປັນສະພາບການ, ຜົນງານ ແລະບັນດາຄວາມຫຍຸ້ງຍາກໃນການຍົກສູງບົດບາດຂອງແມ່ຍິງຊົນນະບົດໃນການລົບລ້າງຄວາມອຶດຫີວ ຫລຸຜ່ອນຄວາມທຸກຍາກ ແລະ ໃນການພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາໝາກຜົນຂອງການແລກປ່ຽນຈະສະໜອງບັນດາຂໍ້ມູນຂ່າວ ເພື່ອແນໃສ່ຍົກອອກມາສະເໜີກ່ຽວກັບບັນດານະໂຍບາຍ, ຮັບປະກັນກ່ຽວກັບການປ່ຽນແປງສິດສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ, ພິເສດແມ່ນໃນວິວັດການຈັດຕັ້ງຜັນຂະຫຍາຍການປະຕິບັດນະໂຍບາຍແຫ່ງຊາດກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍໃນໄລຍະທີ່ຈະມາເຖິງ“