(vovworld) – ວັນທີ 08/10, ບັນດາເຈົ້າໜ້າທີ່ອິດສຣາແອນ ໃຫ້ຮູ້ວ່າ, ຊາວປາແລດສຕິນຜູ້ໜຶ່ງ ຖືກຍິງຕາຍ ພາຍຫຼັງໄດ້ຄາດຕະກຳຊາວອິດສຣາແອນ 2 ຄົນ ຢູ່ Tel Aviv. ນີ້ແມ່ນການບຸກໂຈມຕີຄັ້ງທີ 2 ແນໃສ່ຊາວອິດສຣາແອນ ໃນເວລາ 2 ວັນຜ່ານມາ. ຕາມໂຄສົກຕຳຫຼວດອິດສຣາແອນ ແລ້ວ, ເປົ້າໝາຍບຸກໂຈມຕີໄດ້ໃຊ້ໂຕລະບິດ ແທງພົນທະຫານຍິງຊາວ ອິດສຣາແອນ ຄົນໜຶ່ງ ຢູ່ຖະໜົນ Begin ມໍ່ກັບສຳນັກງານກະຊວງປ້ອງກັນປະເທດອິດສຣາແອນ ແລະ ແທງອີກຄົນໜຶ່ງເມື່ອພວມໜີໄປຈາກສະຖານທີ່ເກີດເຫດ. ພົນທະຫານອິດສຣາແອນ ຢູ່ເຂດນີ້ ໄດ້ຍິງຜູ້ປຸກໂຈມຕີຕາຍ, ໃນຂະນະທີ່ບັນດາຜູ້ຖືກແທງພຽງຖືກບາດເຈັບເປົາເທົ່ານັ້ນ. ໃນຂະນະນັ້ນ, ອົງການກູ້ໄພກູ້ຊີບອິດສຣາແອນ ໃຫ້ຮູ້ວ່າ, ບໍ່ຮອດ 1 ຊົ່ວໂມງພາຍຫຼັງການບຸກໂຈມຕີດັ່ງກ່າວ, ມີຊາວຢິວຄົນໜຶ່ງຢູ່ເຂດຕັ້ງຖິ່ນຖານຄົງທີ ຖືກແທງເຈັບສາຫັດໃນການບຸກໂຈມຕີຢູ່ເຂດຕັ້ງຖິ່ນຖານຄົງທີ Kyriat Arab ຢູ່ຊານນະຄອນ Hebron.