ການໃຊ້ຄວາມຮຸນແຮງ ຍັງເພີ່ມທະວີຂຶ້ນ ຢູ່ອີຢິບ
ສະຖານທີ່ເກີດການປະທະກັນ (ພາບ: internet)
|
Vovworld- ວັນທີ 14/12, ການປະທະກັນໄດ້ລະເບີດຂຶ້ນລະຫວ່າງບັນດາຜູ້ສະໜັບສະໜູນ ປະທານາທິບໍດີອີຢິບ Mohamed Morsi ແລະ ບັນດາຜູ້ແຫ່ຂະບວນປະທ້ວງຂຶ້ນກັບຝ່າຍຄ້ານຢູ່ນະຄອນ Alexandria ຫ່າງຈາກນະຄອນຫຼວງ ກາຍໂຣ ໄປທາງທິດເໜືອປະມານ 250 ກິໂລແມດ, ອັນໄດ້ເຮັດໃຫ້ 19 ຄົນໄດ້ຮັບບາດເຈັບ. ບັນດາການແຫ່ຂະບວນປະທ້ວງຄ້າຍຄືກັນກໍຖືກດຳເນີນໃນ ວັນທີ 14/12 ຢູ່ ນະຄອນຫຼວງ ກາຍໂຣ. ປະທານາທິບໍດີອີຢິບ Mohamed Morsi ໄດ້ອອກຄຳສັ່ງໃຫ້ກອງທັບໜູນຊ່ວຍກຳລັງຕຳຫຼວດເພື່ອແນໃສ່ ຮັບປະກັນ ຄວາມສະຫງົບ ປອດໄພຈົນຮອດເວລາສິ້ນສຸດ ການລົງປະຊາມະຕິທີ່ໄດ້ປະກາດ. ບັນດາກໍລະນີໄດ້ເກີດຂຶ້ນກ່ອນດຳເນີນ ການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນໃໝ່ຊຶ່ງຄາວວ່າຈະດຳເນີນໃນ ວັນທີ 15/12 ຢູ່ ນະຄອນຫຼວງ ກາຍໂຣ, ນະຄອນ Alexandria ແລະ 8 ແຂວງອື່ນໆຂອງອິຢິບ. ກະຊວງພັດທະນາ-ການບໍລິຫານອີຢິບໃຫ້ຮູ້ວ່າ ຈຳນວນຜູ້ມີສິດເລືອກຕັ້ງ ຈົດຊື່ເຂົ້າຮ່ວມການປ່ອນບັດໄດ້ລື່ນກາຍ 51 ລ້ານຄົນແລ້ວ.