ຕາງໜ້າວິສາຫະກິດ 2 ປະເທດ
ເຂົ້າຮ່ວມເວທີປາໄສ
(ພາບ: baotintuc)
(vovworld) – ວັນທີ 14/04, ສະຫະສະມາຄົມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ແລະ ຫ້ອງການການຄ້າ ຫວຽດນາມ ປະຈຳ ສ.ເກົາຫຼີ ຈັດຕັ້ງ “ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ: ກາລະໂອກາດໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຈາກບັນດາການເຄື່ອນໄຫວເຊື່ອມໂຍງເຂົ້າກັບເສດຖະກິດຂອງ ຫວຽດນາມ” ເພື່ອແນໃສ່ຊ່ວຍບັນດາວິສາຫະກິດຂອງ 2 ປະເທດ ຊອກຫາກາລະໂອກາດຮ່ວມມືເຊິ່ງກັນ ແລະ ກັນ. ເວທີປາໄສໄດ້ຮັບການຈັດຕັ້ງໃນສະພາບສັນຍາການຄ້າເສລີ (FTA) ລະຫວ່າງ 2 ປະເທດໄດ້ມີຜົນສັກສິດນັບແຕ່ທ້າຍປີກ່ອນ ແລະ 2 ປະເທດພວມຕັ້ງໜ້າເຂົ້າຮ່ວມບັນດາ FTA ອື່ນໆຂອງພາກພື້ນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟ້າມຮືວຈີ໋ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ເນັ້ນໜັກວ່າ: ສ.ເກົາຫຼີ ແມ່ນນັກລົງທຶນຕ່າງປະເທດໃຫຍ່ທີສຸດ ທີ່ລົງທຶນເຂົ້າ ຫວຽດນາມ ດ້ວຍຍອດຈຳນວນທຶນບັນລຸປະມານ 45 ຕື້ USD ແລະ ການແລກປ່ຽນການຄ້າ 2 ຝ່າຍໃນປີ 2015 ບັນລຸກ່ວາ 36 ຕື້ USD. ປະຈຸບັນ ສ.ເກົາຫຼີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ສ.ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຟ້າມຮືວຈີ໋ ຖືວ່າ: ປະຈຸບັນ ຫວຽດນາມ ແລະ ສ.ເກົາຫຼີ ມີກາລະໂອກາດໃຫຍ່ ເພື່ອເພີ່ມທະວີການຮ່ວມສຳພັນລະຫວ່າງການຜະລິດ ແລະ ການຄ້າກ່ວາອີກ ແລະ ພ້ອມກັນໄດ້ຮັບບັນດາຜົນງານອັນໃຫຍ່ຫລວງກ່ວາອີກ ໃນພາລະກິດເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.