ກຳປູເຈຍແລະສປຊ ປຶກສາຫາລືຢຸດຕິ ການໃຊ້ຄວາມຮຸນແຮງ
ການແຫ່ຂະບວນປະທ້ວງເມື່ອວັນທີ 2/1
(ພາບ: THX-TTXVN)
(vovworld)- ຕອນບ່າຍວັນທີ 3/1, ບັນດາເຈົ້າໜ້າທີ່ສຳນັກງານປົກຄອງພະນົມເປັນພ້ອມກັບຜູ້ຕາງໜ້າ 6 ສະມາພັນ ແລະ ຂະຫຼວງໃຫ່ຍ ສປຊ ກ່ຽວກັບສິດທິມະນຸດຢູ່ກຳປູເຈຍ (UNOHCHR) ໄດ້ຈັດການປະຊຸມລັບກ່ຽວກັບການແຫ່ຂະບວນປະທ້ວງຄັ້ງຕ່າງໆພວມເກີດຂຶ້ນຂອງກຳມະກອນຕ່ຳແຜ່ນຕັດຫຍີບ ແລະ ເກີບໜັງ. ໂຄສົກສຳນັກງານປົກຄອງພະນົມເປັນ, ທ່ານ Long Dimanche ໃຫ້ຮູ້ວ່າ: ບັນດາຜູ້ເຂົ້າຮ່ວມວາລະປະຊຸມໄດ້ປຶກສາຫາລືບັນດາມາດຕະການເພື່ອຫລຸດຜ່ອນສະພາບຄວາມເຄັ່ງຕຶງ. ທ່ານ Wan hea Lee ຜູ້ຕາງຫນ້າຂະຫຼວງໃຫ່ຍ ສປຊ ກ່ຽວກັບສິດທິມະນຸດຢູ່ກຳປູເຈຍ (UNOHCHR) ຖືວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງພະຍາຍາມຊອກຫາມາດຕະການເພື່ອຈຳກັດຄວາມສ່ຽງເກີດການໃຊ້ຄວາມຮຸນແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Wan hea Lee ຕີລາຄາວ່າ ນີ້ພຽງແຕ່ແມ່ນການປຶກສາຫາລືໃນເບື້ອງຕົ້ນດ້ວຍບັນດາແນວຄວາມຄິດທີ່ແຕກຕ່າງກັນເທົ່ານັ້ນ, ບໍ່ທັນແມ່ນການປຶກສາຫາລືກ່ຽວກັບມາດຕະການປະຕິບັດ. ໃນຂະນະນັ້ນ, ບັນດາມສະມາພັນຮຽກຮ້ອງໃຫ້ເຈົ້າໜ້າທີ່ຈົ່ງປ່ອຍຕົວບັນດາຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ ຊື່ງຖືກຈັບຕົວເມື່ອວັນທີ 2/1 ແລະ ຢຸດຕິການນຳໃຊ້ບັນດາກຳລັງປະກອບອາວຸດຕ້ານການແຫ່ຂະບວນປະທ້ວງ.
ໃນວັນດຽວກັນ, ຕໍ່ໜ້າສະພາບການຂາດສະຖຽນລະພາບຢູ່ກຳປູເຈຍ, ສປຊ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ອຳນາດການປົກຄອງກຳປູເຈຍ ຈົ່ງສືບສວນ ແລະ ປັບໄໝລົງໂທດຢ່າງເຂັ້ມງວດ ກຳລັງທະຫານຍິງປືນໃສ່ກຳມະກອນເຂົ້າຮ່ວມການແຫ່ຂະບວນປະທ້ວງ ຊື່ງກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍ ແລະ ຮຽກຮ້ອງໃຫ້ທຸກໆຝ່າຍຈົ່ງມີຄວາມລະງັບໃຈ./.