ກຳປູເຈຍ ຖືຜົນງານຂອງ ຫວຽດນາມ ແມ່ນລະດົມກຳລັງໃຈໃຫ້ແກ່ຕົນເອງ

ກຳປູເຈຍ ຖືຜົນງານຂອງ ຫວຽດນາມ           ແມ່ນລະດົມກຳລັງໃຈໃຫ້ແກ່ຕົນເອງ - ảnh 1
ຫົວຫນ້າຄະນະຜູ້ແທນ ຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ຫົວຫນ້າຄະນະຜູ້ແທນກຳປູເຈຍ

(vovword)- ວັນ​ທີ 20/6 ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ພົວພັນ​​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ທີ່​ພວມ​ຢູ່​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ ຢູ່ ກຳປູ​ເຈຍ, ທ່ານ Sao Suon ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ​ກຳ​ປຸູ​ເຈຍ ​ໄດ້​ຢືນຢັນ​ວ່າ:​ ກຳປູ​ເຈຍ ຖື​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ເປັນ​ແຫ​ລ່ງລະດົມ​ກຳລັງ​ໃຈ​ໃຫ້​ແກ່​ຕົນ​ເອງ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ປະຈຸ​ບັນ. ທ່ານ Nguyen Huy Tang  ຮອງ​ຫົວຫນ້າ​ຄະນະ​ພົວພັນ​​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ທ່ານ Sao Suon ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວຫນ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ​ກຳ​ປຸູ​ເຈຍ ​​ແຈ້ງ​ໃຫ້​ກັນຊາ​ບ,​​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ກໍ​ຄື​ບັນດາ​ບັນຫາ​ສາກົນ​ ​ແລະ ພາກ​ພື້ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ. ສອງ​ຝ່າຍ​ໄດ້​ຢືນຢັນ ປາດ​ຖະຫນາຢາກ​ສືບ​ຕໍ່​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫລາຍດ້ານ​ກວ່າ​ອີກ.

                                                                                     Manh Hiep ນັກ​ຂ່າວVOV ປະຈຳ ກຳປູ​ເຈຍ

 

ຂ່າວ/ບົດ​ອື່ນ