ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ 13 ແຂວງ)
(vovworld) - ໃນຂອບເຂດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9, ຕອນບ່າຍວັນທີ 6/12, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການຍ້ອງຍໍ, ເຊີດຊູບັນດາໝູ່ຄະນະທີ່ດີເດັ່ນໃນຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“. ກ່າວຄວາມເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ປະທານສະພາແຂ່ງຂັນ - ຍ້ອງຍໍ, ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ 13 ແຂວງ, ນະຄອນສັງກັດສູນກາງເຊັ່ນ: ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຂວງທ໋າຍງວຽນ, ນາມດິ້ງ, ກວາງນິງ, ຮ່າຕິ້ງ…. ແລະມອບຄັນທຸງແຂ່ງຂັນຂອງລັດຖະບານໃຫ້ 10 ເມືອງທີ່ບັນລຸມາດຖານຊົນນະບົດໃໝ່. ທ່ານນາງຮອງປະທານປະເທດ ຫງວຽນທິຢວານໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ 14 ກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບໃບຍ້ອງຍໍຂອງລັດຖະບານໃຫ້ 60 ຕາແສງທີ່ບັນລຸມາດຖານຊົນນະບົດໃໝ່.
ປະຕິບັດຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່“ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ປຸກລະດົມໃນ 5 ປີຜ່ານມາ (2011-2015) ຂະບວນການໄດ້ປະກົດມີຫຼາຍຮູບແບບ, ແບບຢ່າງທີ່ດີເດັ່ນ, ວິທີເຮັດຢ່າງມີປະສິດທິຜົນ, ອັນໄດ້ເຮັດໃຫ້ໂສມໜ້າຊົນນະບົດມີການປ່ຽນແປງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ. ໄລ່ຮອດເດືອນ 11/2015, ທົ່ວປະເທດມີ 10 ເມືອງ ແລະ 1.200 ຕາແສງບັນລຸມາດຖານຊົນນະບົດໃໝ່. ຄາດຄະເນວ່າ, ຮອດທ້າຍປີ 2015 ຈະມີ 1.500 ຕາແສງບັນລຸມາດຖານຊົນນະບົດໃໝ່.