ຄົນງານນະຄອນໂຮ່ຈິມີນນຳມາເຊິ່ງງົບປະມານກວ່າ106ຕື້ດົງໃຫ້ລັດ
ນະຄອນໂຮ່ຈິມີນ
ພາບ:hoclamgiau
|
(vovworld)-ປີ 2015, ກຳມະກອນ, ລັດຖະກອນ, ຄົນງານ ໂຮ່ຈິມີນ ໄດ້ນຳມາເຊິ່ງງົບປະມານ ກວ່າ 106 ຕື້ດົ່ງໃຫ້ລັດ ຈາກ 10.000 ກິດຈະກຳຄົ້ນຄ້ວາວິທະຍາສາດ, ຂໍ້ລິເລີ່ມດັດປ່ຽນເຕັກນິກ. ຕົວເລກດັ່ງກ່າວ ໂດຍສະຫະພັນແຮງງານ ນະຄອນ ໂຮ່ຈິມີນ ຍົກອອກໃນຕອນເຊົ້າວັນທີ 10/1 ໃນກອງປະຊຸມສະຫລຸບຂະບວນການກຳມະກອນ, ລັດຖະກອນ ແຮງງານ ແລະ ການເຄື່ອນໄຫວກຳມະບານ ນະຄອນປີ 2015. ໃນໂອກາດນີ້ ສະຫະພັນແຮງງານນະຄອນ ໂຮ່ຈິມີນ ເປັນກຽດຮັບນາມມະຍົດວິລະຊົນແຮງງານ. ແລະກໍໃນປີ 2015 ສະຫະພັນແຮງງານທຸກຂັ້ນ ພ້ອມກັບບັນດາວິສາຫະກິດ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ຄົນງານ.