ກອງປະຊຸມຄັ້ງທີ 16 ຄະນະແຫຼ່ງກຳລັງສາກົນຂຶ້ນກັບໂຄງການສິ່ງແວດ
ລ້ອມ ສປຊ (UNEP)
(ພາບ: baodulich.net.vn)
|
(vovworld) – ຕອນເຊົ້າວັນທີ 27/5, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງກອງປະຊຸມຄັ້ງທີ 16 ຄະນະແຫຼ່ງກຳລັງສາກົນຂຶ້ນກັບໂຄງການສິ່ງແວດລ້ອມ ສປຊ (UNEP). ເຂົ້າຮ່ວມກອງປະຊຸມມີບັນດານັກວາງແຜນນະໂຍບາຍ, ບັນດານັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດເພື່ອແນໃສ່ປຶກສາຫາລື ແລະ ຊອກຮູ້ກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດສຳລັບການຄຸ້ມຄອງບັນດາຊັບພະຍາກອນທຳມະຊາດຢູ່ ຫວຽດນາມ ແບບຍືນຍົງ. ກອງປະຊຸມຄະນະແຫຼ່ງກຳລັງສາກົນຄັ້ງທີ 16 ແມ່ນເວທີປາໄສຄຳສັນເພື່ອໃຫ້ບັນດານັກວິທະຍາສາດ ແລະ ບັນດານັກວາງແຜນນະໂຍບາຍແຫ່ງຊາດ, ບັນດານັກຊ່ຽວຊານ ແລະ ວິສາຫະກິດເຮັດວຽກນຳກັນ, ຊອກຫາບັນດາສິ່ງທ້າທາຍ, ບົດຮຽນທີ່ດີກໍ່ຄືບັນດາກາລະໂອກາດເພື່ອຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດຢູ່ ຫວຽດນາມ ແລະ ໃນທົ່ວໂລກແບບຍືນຍົງ. ກອງປະຊຸມສຸມໃສ່ປຶກສາຫາລືບາງບັນຫາກ່ຽວຂ້ອງເຖິງການເຕີບໂຕຂຽວ, ລະບົບຊີວະນາໆພັນ, ທີ່ດິນ, ທັນຍາຫານ ແລະ ແບ່ງປັນບາງຂໍ້ລິເລີ່ມ, ມາດຕະການທີ່ກ່ຽວຂ້ອງເຖິງຊັບພະຍາກອນທະເລ, ເຊິ່ງແມ່ນຄວາມສົນໃຈຕົ້ນຕໍຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນນັ້ນມີ ຫວຽດນາມ.