ຄວນມຸ່ງໄປເຖິງການປ່ຽນແປງໃໝ່ການສຶກສາຢ່າງຮອບດ້ານ
ທ່ານຮອງນາຍົກລັດຖະມົນຕີ ຫວູ໋ດຶກດາມ
(ພາບ: LeHieu)
(vovworld) – ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ມະຫາວິທະຍາໄລ ເກີ່ນເທີ (31/03/1966-31/03/2016), ໃນຕອນເຊົ້າວັນທີ 31/3, ທ່ານຮອງນາຍົກລັດຖະມົນຕີ ຫວູ໋ດຶກດາມ ເນັ້ນໜັກຄວນໃຫ້ບັນດາໂຮງຮຽນ ກຸ້ມຕົນເອງດ້ານວິຊາສະເພາະ, ການຈັດຕັ້ງບຸກຄະລາກອນ ແລະ ການເງິນຢ່າງແທ້ຈິງ, ຈາກນັ້ນມຸ່ງໄປເຖິງພື້ນຖານການສຶກສາມະຫາວິທະຍາໄລ ທີ່ມີຄຸນນະພາບ, ມີການປ່ຽນແປງໃໝ່ຢ່າງຮອບດ້ານ. ບັນດາໂຮງຮຽນຕ້ອງປະຕິບັດ ວິວັດການນີ້ ດ້ວຍຄວາມຕັດສີນໃຈສູງ. ລັດມີບົດບາດເປັນ ອົງການວາງແຜນຍຸດທະສາດ ລະດັບມະຫາພາກ, ແຕ່ທາງໂຮງຮຽນກໍ່ຄວນກຳນົດວ່າ ການກຸ້ມຕົນເອງຕ້ອງຕິດພັນກັບຄວາມຮັບຜິດຊອບ ອະພິປາຍ ແນໃສ່ຍົກສູງຄຸນນະພາບສົ້ນອອກ, ພ້ອມກັບກົນໄກຮັບປະກັນໂອກາດ ສຳຜັດກັບການສຶກສາ ມະຫາວິທະຍາໄລທີ່ມີຄຸນນະພາບສູງ ຂອງບັນດາເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ. ທ່ານຮອງນາຍົກລັດຖະມົນຕີ ຫວູ໋ດຶກດາມ ຖືວ່າ: ທາງໂຮງຮຽນຄວນເພີ່ມທະວີການຄຸ້ມຄອງຄຸນນະພາບສົ້ນອອກຕິດພັນກັບການຕີລາຄາ, ການຍອມຮັບຂອງສັງຄົມ, ຂອງຜູ້ນຳໃຊ້ແຮງງານ, ຄູ່ຮ່ວມມືສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫວູ໋ດຶກດາມ ສະເໜີມະຫາວິທະຍາໄລ ເກີ່ນເທີ ຕ້ອງມີມາດຖານລະອຽດ ກ່ຽວກັບການຄົ້ນຄ້ວາວິທະຍາສາດ ຄືຈຳນວນບັນດາກິດຈະກຳ ທີ່ປະກາດໃນວາລະສານວິທະນາສາດທີ່ມີອິດທິພົນຊື່ສຽງ, ຈຳນວນຂໍ້ລິເລີ່ມ, ການປະດິດສ້າງ, ປະດິດໃໝ່… ທີ່ຮັບໃຊ້ໃຫ້ວຽກງານຕີລາຄາຄູສອນ, ນັກຮຽນ, ນີ້ແມ່ນການທ້າທາຍໃຫຍ່ສຳລັບມະຫາວິທະຍາໄລສ່ວນຫຼາຍຢູ່ຫວຽດນາມ.