(vovworld) - ວັນທີ 14/7, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ໄປຢ້ຽມຢາມ ອີຢີບ ແລະ ມີການພົບປະກັບປະທານາທິບໍດີອີຢີບ Mohamed Morsy. ການຢ້ຽມຢາມຂອງທ່ານນາງHillary Clinton ໄດ້ດຳເນີນໄປໃນສະພາບການທີ່ອາເມລິກາພວມມານະພະຍາຍາມສ້າງການພົວພັນໃໝ່ກັບອີຢີບ. ໃນຖະແຫຼງການທີ່ຍົກອອກມາພາຍຫຼັງການພົບປະກັບປະທານາທິບໍດີອີຢີບ Mohamed Morsy, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ຢັ້ງຢືນວ່າ ອາເມລິກາຈະໜູນຊ່ວຍວິວັດການມອບໂອນພົນລະເຮືອນຢ່າງຄົບຖ້ວນໃຫ້ແກ່ອີຢີບ. ເພື່ອແນໃສ່ປັບປຸງສາຍພົວພັນກັບອີຢີບໃນລະບອບໃໝ່, ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ກໍ່ໄດ້ໝັ້ນໝາຍຈະໜູນຊ່ວຍເງິນນັບລ້ານ USD ໃຫ້ແກ່ບັນດາກອງທຶນເອກະຊົນ ແລະ ສ້າງວຽກເຮັດງານທຳ. ດ້ວຍບັນດາຄຳໝັ້ນສັນຍາໜູນຊ່ວຍທີ່ໄດ້ຍົກອອກມານັ້ນ, ການຢ້ຽມຢາມອີຢີບຄັ້ງນີ້ຂອງທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໄດ້ຮັບຖືວ່າ ເພື່ອແນໃສ່ສ້າງການພົວພັນໃໝ່ກັບອີຢີບ ແລະ ປັບປຸງຜົນສະທ້ອນຂອງອາເມລິກາ ໃນພາກພື້ນ, ພາຍຫຼັງທີ່ມີການປ່ຽນໃໝ່ຢ່າງໃຫຍ່ຫຼວງກ່ຽວກັບສະຖານະການດ້ານການເມືອງຢູ່ປະເທດຕາເວັນອອກກາງນີ້.