(vovworld) - ຕອນເຊົ້າວັນທີ 29/08, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນປະຈຳເດືອນ 8. ໃນວາລະປະຊຸມປະຈຳເດືອນ 8 ນີ້, ຄາດວ່າ, ລັດຖະບານຈະສະຫງວນ 1 ມື້ເຄິ່ງ ເພື່ອໃຫ້ບັນດາສະມາຊິກລັດຖະບານປຶກສາຫາລື, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ, ດຳລັດ 1 ສະບັບ, ລັດຖະບັນຍັດ 1 ສະບັບ ແລະ ບາງເອກະສານສຳຄັນສະບັບອື່ນ. ລັດຖະບານກໍ່ຕີລາຄາກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມໃນເດືອນ 08 ແລະ 8 ເດືອນຜ່ານມາ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຟຶ້ນຟູ.
“ສິ່ງທີ່ໜ້າຊົມຊື່ນແມ່ນບັນຍາກາດການຜະລິດດຳເນີນທຸລະກິດ, ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ, ຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດໄດ້ຮັບການຟື້ນຟູ. ໃນນັ້ນ, ມີຫຼາຍແຂວງ, ນະຄອນ ໄດ້ສົ່ງເສີມການລົງທຶນ, ດຳເນີນທຸລະກິດ, ປະຕິຮູບ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ການຜະລິດດຳເນີນທຸລະກິດພັດທະນາ. ພວກເຮົາເຄີຍເວົ້າວ່າ, ປະຊາຊົນ ແລະ ວິສາຫະກິດແມ່ນແຫ່ງສ້າງການເຕີບໂຕ, ແກ້ໄຂວຽກເຮັດງານທຳ, ສ້າງລາຍຮັບງົບປະມານ ດັ່ງນັ້ນຕ້ອງມຸ່ງໃສ່ນັ້ນ. ເກືອບຄືວ່າ, ບັນດາແຂວງເຫັນໄດ້ສິ່ງດັ່ງກ່າວ, ໂດຍສະເພາະແມ່ນບັນດາແຂວງອ່ອນດ້ອຍ, ປະສົບກັບຄວາມຫຍຸ້ງຍາກແມ່ນຕ້ອງວາງອອກບັນຫານີ້, ວາງອອກຄວາມມຸ້ງຫວັງກ່ຽວກັບການພັດທະນາເສດຖະກິດ, ສັງຄົມໃນບໍລິເວນທ້ອງຖິ່ນຂອງຕົນ ຢ່າງແຮງ.”