ຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍຈັດກອງປະຊຸມຄັ້ງທີ2
ກຳມະການຄະນະລັດຖະບານ ຈີນ ຢ່າງເຈຍສື
(ພາບ: ສຳນັກຂ່າວສານຊິນຮວາ)
|
(vovworld) – ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສານງານລະຫວ່າງລັດຖະບານ ຈີນ - ກຳປູເຈຍ, ໄຂຂຶ້ນໃນວັນທີ 30/12, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ມຸ່ງໄປເຖິງການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ 2 ຝ່າຍ. ເປັນປະທານກອງປະຊຸມແມ່ນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Hor Namhong ແລະ ກຳມະການຄະນະລັດຖະບານ ຈີນ ຢ່າງເຈຍສື. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ໃຫ້ຮູ້ວ່າ: ກອງປະຊຸມຕີລາຄາຄືນບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນການຜັນຂະຫຍາຍໂຄງການເຄື່ອນໄຫວຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ກຳປູເຈຍ ແລະ ຈີນ. ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ແລະ ທ່ານ ຢ່າງເຈຍສື ຈະເປັນປະທານພິທີເຊັນເອກະສານຮ່ວມມື 8 ສະບັບລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ - ການຄ້າ, ປ້ອງກັນຊາດ, ສາທາລະນະສຸກ ແລະ ການສຶກສາຢ່າງເປັນທາງການ.