ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່
ເປັນປະທານກອງປະຊຸມເທື່ອທີ 9
(vovworld) – ຕາມແຈ້ງການຂອງຄະນະວຽກງານການເມືອງພາຍໃນສູນກາງ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງຈະໂຮມປະຊຸມໃນວັນທີ 18/04 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫົວໜ້າຄະນະຊີ້ນຳ.
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງຈະປຶກສາຫາລື ໃຫ້ຄຳເຫັນສຳລັບບັນດາເນື້ອໃນ: ລາຍງານສະເໜີບາງທັດສະນະ, ກຳນົດທິດປັບປຸງ, ເພີ່ມເຕີ່ມບັນດາຂໍ້ກຳນົດກ່ຽວກັບພາລະບົດບາດໜ້າທີ, ຂອບເຂດສິດອຳນາດ, ການຈັດຕັ້ງກົງຈັກຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ. ແລະກໍ່ໃນກອງປະຊຸມນີ້ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງຈະຮ່າງລາຍການ, ເນື້ອໃນກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ.