ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຕິດຕາມກວດກາການຄຸ້ມຄອງ,ນຳໃຊ້ທີ່ດິນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 22/9, ຄະນະປະຈຳສະພາແຫ່ງຊາດຮັບຟັງຄະນະຕິດຕາມກວດກາລາຍງານກ່ຽວກັບ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ,ນຳໃຊ້ທີ່ດິນຢູ່ນິຄົມລັດວິສາຫະກິດຕ່າງໆ, ໄລຍະ 2004-2014“. ບັນດາຄວາມເຫັນທີ່ວາລະປະຊຸມສະເໜີ ຄະນະຕິດຕາມກວດກາ ຕ້ອງມີການຕີລາຄາຢ່າງເໝາະສົມ ແລະ ຢືນຢັນບົດບາດສຳຄັນຂອງນິຄົມຕ່າງໆໃນການປະກອບສ່ວນເຮັດໃຫ້ຊີວິດຂອງປະຊາຊົນໃນເຂດພູດອຍມີການປ່ຽນແປງໂດຍພື້ນຖານ. ບັນດາຜູ້ແທນສະເໜີຄວນສະຫງວນບ້ວງເງິນທີ່ເໝາະສົມ ເພື່ອກຳນົດຄືນທີ່ດິນຂອງນິຄົມກະເສດ, ພ້ອມທັງຈັດຕັ້ງຄືນສາຍພົວພັນຜະລິດກັບນິຄົມກະເສດ. ຍາມໃດມອບດິນ, ມອບປ່າຕິດພັນກັບຄວາມຮັບຜິດຊອບ, ຈຶ່ງປະຕິບັດໄດ້ຄາດໝາຍທີ່ໄດ້ວາງອອກ, ຫຼີກເວັ້ນການຟຸມເຟືອຍທີ່ດິນ, ພັດທະນາເສດຖະກິດ - ສັງຄົມ.
ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີກັບຂໍ້ສະເໜີຂອງຄະນະຕິດຕາມກວດກາ, ສະເໜີສະພາແຫ່ງຊາດ ປະກາດໃຊ້ມະຕິກ່ຽວກັບຜົນແຫ່ງການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນນິຄົມກະເສດ ໃນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13.