ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບການດັດສົມເຂດແດນບໍລິຫານ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງປະກອບຄຳເຫັນ
(ພາບ:TTXVN)
(vovworld) - ວັນທີ 11/3, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 36, ດ້ວຍການ ເຫັນດີເຫັນພ້ອມສູງແມ່ນ100%, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາໃບສະເໜີກ່ຽວກັບການສ້າງຕັ້ງເທດສະບານດົງຈ່ຽວ, ແຂວງກວາງນິງ; ເທດສະບານດ້ຽນບ່ານ, ແຂວງກວາງນາມ; ນະຄອນບັກກ້ານ, ແຂວງບັກກ້ານ ແລະ ສ້າງຕັ້ງເມືອງໃໝ່ Ia Hdrai, ແຂວງກອນຕຸມ. ນີ້ ແມ່ນເທື່ອທຳອິດທີ່ຄະນະປະຈຳສະພາແຫ່ງຊາດປະຕິບັດສິດຕັດສິນ, ຜ່ານການດັດສົມເຂດແດນບໍລິຫານຂັ້ນເມືອງຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຖືວ່າ: ໃບສະເໜີຂອງລັດຖະບານ ໄດ້ຕີລາຄາຮອບດ້ານພໍສົມຄວນກ່ຽວກັບຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງເຊິ່ງທ້ອງຖີ່ນເຫຼົ່ານັ້ນຕ້ອງສືບຕໍ່ສູ້ຊົນເພື່ອສຳເລັດບັນດາມາດຖານ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນກ່ຽວກັບການກະກຽມຮ່າງກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ)