ຄະນະປະຈຳສະພາແຫ່ງຊາດປຶກສາຫາລີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ  - ảnh 1
ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 20/03 ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງຊາດ ຫວຽດນາມ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ (ສະບັບ​ປັບປຸງ). ບັນດາ​ຄຳ​ເຫັນທີ່​ປຶກສາ​ຫາລື​ໄດ​້​ເຫ​ັນດີ​ເປັນ​ເອກະ​ພາບນັ້ນ​ແມ່ນ​ເນື້ອ​ໃນຂອງ​ຮ່າງ​ກົດໝາຍ ​ໄດ້ສະ​ແດງ​ໃຫ້​ເຫັນ​ໂດຍ​ສັງ​ເຂ​ບບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງໜີ້​ສາທາລະນະ, ບັນດາ​ຂໍ້​ກຳນົດ ​ກ່ຽວ​ກັບ​ພື້ນຖານຄວນ​ເໝາະ​ສົມ​ກັບທຳນຽ​ມສາກົນ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ​ສະບັບ​ປັບປຸງ ​ໄດ້ກຳນົດ​ຂອບ​ຂະໜາດ​ໜີ້​ສາທາລະນະ​ຕາມ​ທິດ ຍັງ​ຄົງ​ຮັກສາສະພາບ​ເດີມ​ໄດ້​ຄື​ກົດໝາຍ​ປະຈຸ​ບັນ​.

        ​ເມື່ອ​ອະພິບາຍ​ທີ່​ວາລະ​ປະຊຸມ, ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ ຖື​ວ່າ: ສາຍ​ເຫດ​ທີ່​ພາ​ໃຫ້​ໜີ້​ສາທາລະນະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະ​ຜ່ານ​ມາ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ການ​ບໍລິຫານ ​ແລະ ຜົນ​ສະທ້ອນ​ຈາກ​ເສດຖະກິດ​ໂລກ. ​ໃນ​ຂະນະ​ທີ່​ລະດັບ​ການ​ເຕີບ​ໂຕ​​ເສດຖະກິດຊັກ​ຊ້າ​ລົງ, ​ແຕ່ລາຍ​ຈ່າຍ​ໃຫ້​ການ​ປະກັນ​ຊີວິດ​ສັງຄົມ​, ລາຍ​ຈ່າຍ​ໃຫ້ການ​ລົງທຶນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຍັງ​ຄົງ​ເພີ່ມ​ຂຶ້ນ. ສ່ວນ​ໜີ້​ຂອງ​ລັດວິ​ສາ​ຫະກິດ, ທ່ານ ດິງຕ໋ຽນຢຸງ ຢືນຢັນ​ວ່າ ບໍ່​ຫັນນ​ໜີ້​ຂອງ​ວິ​ສາ​ຫະກິດ​ກາຍ​ເປັນ​ໜີ້​ຂອງລັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ