(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 31, ຕອນເຊົ້າວັນທີ 27/9, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບໃບສະເໜີແຜນຮ່າງປ່ຽນໃໝ່ປື້ມຕຳລາຮຽນສາມັນ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການປ່ຽນໃໝ່ລາຍການ, ປື້ມຕຳລາຮຽນສາມັນ. ໃບສະເໜີຂອງລັດຖະບານເນັ້ນໜັກເຖິງຄວາມຈຳເປັນຕ້ອງປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການປ່ຽນໃໝ່ລາຍການ, ປື້ມຕຳລາຮຽນສາມັນເພື່ອແນໃສ່ຫັນເປັນລະບອບບັນດານະໂຍບາຍ, ແນວທາງ, ທັດສະນະໃໝ່ຂອງພັກກ່ຽວກັບການສຶກສາຂັ້ນມັດທະຍົມຕອນປາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເໝາະສົມກັບລັດຖະທຳມະນູນທີ່ຫາກໍ່ໄດ້ປະກາດໃຊ້. ກ່ຽວກັບກົນໄກການສຶກສາຂັ້ນມັດທະຍົມຕອນປາຍ, ທ່ານ ຟູ່ງກວກຫຽນ, ຫົວໜ້າກຳມາທິການການເງິນ - ທະນາຄານຂອງສະພາແຫ່ງຊາດ, ເນັ້ນໜັກວ່າ:
“ສະເພາະຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ, ຂ້າພະເຈົ້າເຫັນດີເຫັນພ້ອມກັບໄລຍະເວລາຮຽນແມ່ນ 9 ປີ, ສ່ວນຂັ້ນມັດທະຍົມຕອນປາຍຄວນຮັກສາໄລຍະເວລາ 12 ປີ. ການສຶກສາຢູ່ຂັ້ນມັດທະຍົມຕອນປາຍພວກເຮົາຄວນສຶກສາຕາມທິດແນະນຳວິຊາຊີບ. ເຖິງຢ່າງໃດກໍ່ຕາມ, ເລື່ອງປະຕິບັດແຜນນະໂຍບາຍປ່ຽນໃໝ່ປື້ມຕຳລາຮຽນນັ້ນຕ້ອງເຮັດຄືແນວໃດໃຫ້ເຂົ້າໃຈງ່າຍ”