ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມ ຄັ້ງທີ 47
(ພາບ: TTXVN)
(vovworld) – ໃນຕອນເຊົ້າວັນທີ 25/4, ທີ່ສຳນັກງານສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມ ຄັ້ງທີ 47, ໃຫ້ຄຳເຫັນກ່ຽວກັບ ການປະກາດໃຊ້ ມະຕິ ກ່ຽວກັບ ລະບອບ, ນະໂຍບາຍ ແລະ ບັນດາເງື່ອນໄຂ ຮັບປະກັນການເຄື່ອນໄຫວ ຂອງສະມາຊິກສະພາປະຊາຊົນ. ປຶກສາຫາລືທີ່ວາລະປະຊຸມ, ບັນດາສະມາຊິກ ຄະນະປະຈຳສະພາແຫ່ງຊາດ ເຫັນດີເຫັນພ້ອມ ຕໍ່ຄວາມຈຳເປັນໃນການສ້າງ ມະຕິຂໍ້ກຳນົດກ່ຽວກັບ ລະບອບ, ນະໂຍບາຍ ແລະ ບັນດາເງື່ອນໄຂຮັບປະກັນ ການເຄື່ອນໄຫວ ຂອງສະມາຊິກສະພາປະຊາຊົນ ແລະ ຖືວ່າ: ນີ້ແມ່ນເນື້ອໃນສຳຄັນ ເພື່ອແນ່ໃສ່ກຳນົດ ລາຍລະອຽດ ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ.
ຕໍ່ຈາກນັ້ນ, ດ້ວຍບັດການເຫັນດີເຫັນພ້ອມ100%, ຄະນະປະຈຳສະພາແຫ່ງຊາດ ຮັບຮອງເອົາມະຕິກ່ຽວກັບລະບອບ, ນະໂຍບາຍ ບັນດາເງື່ອນໄຂ ຮັບປະກັນການເຄື່ອນໄຫວ ຂອງສະມາຊິກສະພາປະຊາຊົນ. ກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບ ໃບສະເໜີ ຂອງປະທານສານປະຊາຊົນສູງສຸດ ກ່ຽວກັບເຄື່ອງແບບ ແລະ ບັດປະຈຳຕົວ ຂອງຜູ້ພິພາກສາສານປະຊາຊົນ. ກ່ຽວກັບລະບອບເງິນເດືອນ, ເງິນອຸດໜູນ ສຳລັບພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ ໃນສານປະຊາຊົນ ກ່ຽວກັບການເພີ່ມເຕີມ ບັນຈຸພະນັກງານຊົ່ວຄາວ, ຈຳນວນຜູ້ພິພາກສາຂັ້ນສູງ ລະດັບປານກາງ ແລະ ຂັ້ນປະຖົມ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບເລື່ອງໃຫ້ສັດຕະຍາບັນສະເໜີແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳບາງປະເທດ ອາຍຸການ 2016 – 2019.