(vovworld) - ຕອນເຊົ້າວັນທີ 23/4, ພາຍໃຕ້ການເປັນປະທານຂອງທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳເຫັນກ່ຽວກັບການຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2015, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2014 ຂອງສະພາແຫ່ງຊາດ. ທີ່ວາລະປະຊຸມ, ຄຳເຫັນສ່ວນຫລາຍຖືວ່າ ຄວນຍົກສູງຄຸນນະພາບການສ້າງບັນດາຮ່າງກົດໝາຍໃຫ້ສອດຄ່ອງກັບລັດຖະທຳມະນູນ ກ່ອນທີ່ຍື່ນສະເຫນີຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ. ຕາມຫນັງສືສະເຫນີຂອງລັດຖະບານແລ້ວ, ເພື່ອປະຕິບັດລັດຖະທຳມະນູນສະບັບປັບປຸງ, ຄວນບຸລິມະສິດເພີ່ມເຕີມໃສ່ໂຄງການສ້າງກົດໝາຍປີ 2014 ບັນດາຮ່າງກົດໝາຍກ່ຽວກັບການຈັດຕັ້ງກົງຈັກ, ສິດອຳນາດຂອງບັນດາອົງການລັດທີ່ກ່ຽວຂ້ອງ. ຕໍ່ຈາກນັ້ນ ປີ 2015 ຈະສຸມໃສ່ສ້າງບັນດາຮ່າງກົດໝາຍ, ລັດຖະບັນຍັດ ເພື່ອຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນເປັນລະອຽດ. ຕາມນັ້ນແລ້ວ, ການປະກອບຄຳເຫັນສ້າງກົດໝາຍ ໃນບັນດາວາລະປະຊຸມ, ກອງປະຊຸມຂອງສະພາແຫ່ງຊາດ ຄວນສຸມໃສ່ບັນດາຂໍ້, ມາດຕາ ທີ່ຍັງມີຄຳເຫັນແຕກຕ່າງກັນ.
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ໂຄງການສ້າງກົດໝາຍ
ລັດຖະບັນຍັດປີ2015
photo:internet
|
ຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມໄດ້ໃຫ້ຄຳເຫັນໃສ່ຮ່າງມະຕິກ່ຽວກັບເລື່ອງບັນດາອົງການຂອງ ສະພາແຫ່ງຊາດ, ບັນດາພະແນກຂອງຄະນະປະຈຳສະພາແຫ່ງຊາດ, ຄະນະ ສ.ສ.ຊ, ສ.ສ.ຊ, ສະພາປະຊາຊົນ, ສະມາຊິກ ສະພາປະຊາຊົນຂັ້ນຕ່າງໆ ຕ້ອນຮັບປະຊາຊົນ, ຮັບ ແລະ ຄົ້ນຄ້ວາກ່ຽວກັບໃບຄຳຮ້ອງ, ໃບຮ້ອງທຸກ, ກ່າວຟ້ອງ, ສອ່ງແສງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ກ່າວຟ້ອງ. ຮ່າງມະຕິລວມມີ 24 ມາດຕາ, ໃນນັ້ນສຸມໃສ່ປັບປຸງເພີ່ມເຕີມບັນດາຂໍ້ມາດຕາ ແນໃສ່ຍົກສູງວຽກງານຕ້ອນຮັບປະຊາຊົນ, ກໍຄືການຮັບ ແລະ ຄົ້ນຄ້ວາກ່ຽວກັບໃບຄຳຮ້ອງ, ໃບຮ້ອງທຸກ, ກ່າວຟ້ອງ, ສອ່ງແສງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ກ່າວຟ້ອງຂອງ ສະພາແຫ່ງຊາດ, ບັນດາພະແນກຂອງຄະນະປະຈຳສະພາແຫ່ງຊາດ, ຄະນະ ສ.ສ.ຊ, ສ.ສ.ຊ, ສະພາປະຊາຊົນ, ສະມາຊິກ ສະພາປະຊາຊົນຂັ້ນຕ່າງໆ.
ແລະ ກໍໃນວາລະປະຊຸມດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດຍັງໃຫ້ຄຳເຫັນໃສ່ຮ່າງການປັບປຸງເພີ່ມເຕີມມະຕິເລກທີ 35 ຂອງສະພາແຫ່ງຊາດກ່ຽວກັບເລື່ອງປ່ອນບັດລົງຄະແນນສຽງໄວ້ວາງໃຈທີ່ມີຕໍ່ບັນດາຜູ້ດຳລົງຕຳແໜ່ງໂດຍ ສະພາແຫ່ງຊາດ ,ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ.