ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 11/4, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ. ຜ່ານການປຶກສາຫາລື, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍວ່າດ້ວຍວຽກເຮັດງານທຳ. ຍ້ອນວ່າປະຈຸບັນ, ຫວຽດນາມ ມີເກືອບ 34% ຈຳນວນຄົນງານເຮັດວຽກໄດ້ຮັບເງິນເດືອນເທົ່ານັ້ນ ແລະ ຍັງມີເກືອບ 70% ຈຳນວນຄົນງານບໍ່ມີວຽກເຮັດງານທຳຢ່າງເປັນທາງການໃນພື້ນຖານເສດຖະກິດຂອງປະເທດຊາດ. ດັ່ງນັ້ນ, ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍວຽກເຮັດງານທຳເພື່ອແນໃສ່ປະກອບສ່ວນພັດທະນາບັນດາປັດໄຈຂອງຕະຫຼາດຄົນງານຄົບຊຸດ. ຮ່າງກົດໝາຍ ຄວນສຸມໃສ່ເຂົ້າໃນບັນດາຂໍ້ກຳນົດກ່ຽວກັບນະໂຍບາຍໜູນຊ່ວຍວຽກເຮັດງານທຳໃຫ້ແກ່ຄົນງານ. ຄຳເຫັນລວມຂອງບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ແມ່ນເຫັນດີເຫັນພ້ອມຕໍ່ຂໍ້ກຳນົດຕ່າງໆກ່ຽວກັບນະໂຍບາຍວຽກເຮັດງານທຳຄື: ນະໂຍບາຍສິນເຊື່ອກູ້ຢືມທຶນສ້າງວຽກເຮັດງານທຳ, ໜູນຊ່ວຍນຳຄົນງານໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ, ໜູນຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ. ພ້ອມທັງສະເໜີໃຫ້ຮ່າງກົດໝາຍຕ້ອງເພີ່ມເຕີມບັນດາຂໍ້ກຳນົດເພື່ອຮັບປະກັນລັກສະນະເຊື່ອມຕໍ່ລະຫວ່າງບັນດານະໂຍບາຍໜູນຊ່ວຍສ້າງວຽກເຮັດງານທຳສຳລັບນະໂຍບາຍປະກັນໄພວ່າງງານ.