ຄະນະປະຈຳສະພາແຫ່ງ ຊາດກະກຽມຈັດວາລະ ປະຊຸມຄັ້ງທີ 32
(ພາບປະກອບ: vov)
(vovworld)- ວາລະປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຈະດຳເນີນໄປແຕ່ວັນທີ 6-9/10 ສຸມໃສ່ບັນດາເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ທີ່ຂະໄຂຂຶ້ນໃນເດືອນ 10/2014 ນີ້.
ທີ່ວາລະປະຊຸມຄັ້ງທີ 32, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນກ່ຽວກັບແຜນການກວດສອບບັນຊີປີ 2015 ແລະ ຈະໃຫ້ຄຳເຫັນກ່ຽວກັບບັນດາບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2014; ແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2015.
ຄະນະປະຈຳສະພາແຫ່ງຊາດຈະຮັບຟັງຄະນະຕິດຕາມກວດກາລາຍງານ, ລັດຖະບານງາຍງານ (ເພິ່ມເຕີມ) ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປ້ອງການ, ຕ້ານການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ./.