ຕະຫຼາດກາຍຣັງ
(ພາບປະກອບ:ຂ່າວສານຫວຽດນາມ)
(vovworld): ສືບຕໍ່ການໄປປະຕິບັດງານຢູ່ເຂດທົ່ງພຽງແມ່ນ້ຳຂອງ, ຕອນເຊົ້າວັນທີ 18/1, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກົມກອງຂຶ້ນກັບກຳລັງປະກອບອາວຸດທະຫານເຂດ 9. ເມື່ອເຮັດວຽກກັບກອງບັນຊາການທະຫານນະຄອນເກີນເທີ, ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍິນ ສະເໜີໃຫ້ທາງກົມກອງຈົ່ງສືບຕໍ່ຍູ້ແຮງວຽກງານກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ຊາບຊືມບັນດາມະຕິ, ຄຳສັ່ງຂອງພັກ, ລັດ, ລັດຖະບານກ່ຽວກັບໜ້າທີ່ການທະຫານ-ການປ້ອງກັນຊາດ ແລະ ກໍ່ສ້າງເຂດປ້ອງກັນໝັ້ນຄົງ. ກອງບັນຊາການທະຫານນະຄອນເກີນເທີ ຄວນສຸມໃສ່ປ່ຽນໃໝ່ຮູບການ, ວິທີເພື່ອຍົກສູງຄຸນນະພາບການບຳລຸງສ້າງ, ສຶກສາໃຫ້ບັນດາເປົ້າໝາຍໃນລະບົບການເມືອງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຍັງສະເໜີໃຫ້ກຳລັງປະກອບອາວຸດນະຄອນ ຈົ່ງສືບຕໍ່ສຸມໃສ່ວຽກງານກໍ່ສ້າງກຳລັງ, ກຽມພ້ອມການສູ້ຮົບ, ຝຶກຝົນ ແລະ ເຄື່ອນໄຫວຂອງກຳລັງປະກອບອາວຸດ.